
ເມື່ອບໍ່ດົນມານິ້.ພະແນກວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມເຜີຍແຜ່ ເຊື່ອມຊຶມນິຕິກໍາ ສູນກາງສະຫະພັນກໍາມະບານລາວ ພ້ອມທັງດໍາເນີນການທາບທາມບຸກຄະລາກອນ ເພື່ອສະເໜີບົ່ງຕົວແຕ່ງຕັ້ງ ເຂົ້າໃນໂຄງປະກອບການຈັດຕັ້ງກໍາມະບານຮາກຖານ ພະແນກວັດທະນະທຳ ແລະອງທ່ຽວແຂວງ.ໂດຍການເປັນປະທານຂອງສະຫາຍ ສົມສະຫວັນ ອິນດາວົງ, ຮອງເລຂາຄະນະພັກຮາກຖານ, ຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ປະທານກໍາມະບານຮາກຖານ ພະແນກ ວັດທະນະທຳແລະທ່ອງທ່ຽວແຂວງ;ສະຫາຍ ນາງ ບຸນຍົກ ແສງສະຫວ່າງ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ວທ ແຂວງ,ມີບັນດາຄະນະພັກ, ຄະນະປະທານ, ຄະນະໜ່ວຍກໍາມະບານ ແລະ ສະມາຊິກກໍາມະບານ ພາຍໃນພະແນກ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນິ້,ຈຸດປະສົງເພື່ອເຜີຍແຜ່-ເຊື່ອມຊຶມ ເນື້ອໃນກົດລະບຽບ ສະຫະພັນກຳມະບານລາວ ສະໄໝທີ IX ແລະ ບົດແນະນໍາ ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ “5 ເປັນເຈົ້າ” ຂອງສະຫະພັນກໍາມະບານລາວ (ສະບັບເລກທີ 299/ສກລ, ລົງວັນທີ 6 ກຸມພາ 2026) ເພື່ອໃຫ້ສະມາຊິກກໍາມະບານໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ. ພ້ອມດຽວກັນນັ້ນ,ຍັງໄດ້ທາບທາມເອົາບຸກຄະລາກອນທີ່ມີມາດຖານເງື່ອນໄຂຄົບຖ້ວນ ສະເໜີບົ່ງຕົວແຕ່ງຕັ້ງ ເຂົ້າຮັບຕໍາແໜ່ງໃນໂຄງປະກອບການຈັດຕັ້ງກໍາມະບານຮາກຖານ ທີ່ຍັງຫວ່າງ 2 ຕໍາແໜ່ງ ຄື: ຕໍາແໜ່ງຮອງປະທານກຳມະບານຮາກຖານ (ຜູ້ຮັບຜິດຊອບວຽກງານກວດກາ) 1 ຕໍາແໜ່ງ ແລະ ຜູ້ຊ່ວຍວຽກງານກວດກາ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ 1 ຕໍາແໜ່ງ.ຈາກນັ້ນ,ຄະນະຮັບຜິດຊອບໄດ້ຜ່ານມາດຖານເງື່ອນໄຂ, ໂຄງປະກອບຂອງກໍາມະບານຮາກຖານ ແລະ ຜ່ານລາຍຊື່ເປົ້າໝາຍບຸກຄະລາກອນ ຈໍານວນ 5 ທ່ານ ເພື່ອໃຫ້ສະມາຊິກໄດ້ນໍາໃຊ້ສິດປະຊາທິປະໄຕຂອງຕົນ ໃນການປ່ອນບັດທາບທາມ.ຜົນຂອງການທາບທາມບຸກຄະລາກອນ ທີ່ໄດ້ຮັບຄະແນນໄວ້ວາງໃຈສູງສຸດ ປະກອບມີ:ຕໍາແໜ່ງ ຮອງປະທານ (ຮັບຜິດຊອບວຽກງານກວດກາ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາ): ທ່ານ ກອງແກ້ວ ພົງສຸວັນ, ຫົວໜ້າຂະແໜງທ່ອງທ່ຽວ, ຕໍາແໜ່ງ ຜູ້ຊ່ວຍວຽກງານກວດກາກໍາມະບານຮາກຖານແມ່ນ ທ່ານ ບຸນອົກ ເພັດລັງສີ, ຫົວໜ້າໜ່ວຍກໍາມະບານ ວັດທະນະທໍາ ແລະ ທ່ອງທ່ຽວແຂວງບໍ່ແກ້ວ.
ຂ່າວ: ເງິນຫຼົງ ຈິດພູວົງ.
ຂໍ້ມູນ-ພາບ: ພະແນກການກ່ຽວຂ້ອງ.