ບໍລິສັດ ວັງວີວ ມອບອຸປະກອນການຮຽນ ໃຫ້ກັບໂຮງຮຽນ ມສ ສົງ ແຂວງບໍ່ແກ້ວ.

ໃນຕອນເຊົ້າຂອງວັນທີ 4 ກັນຍາ 2026, ຢູ່ທີ່ວັດຈອມເຂົາມະນີຣັດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ທ່ານ ນາງ ບົວລຽງ ຄິດສະຫວັດ ຈາກບໍລິສັດ ວັງວີວ ຈໍາກັດ ພ້ອມດ້ວຍຄອບຄົວ ແລະ ພະນັກງານ ໄດ້ນໍາເອົາອຸປະກອນການຮຽນ-ການສຶກສາ ມາອຸປະຖໍາໃຫ້ແກ່ນັກຮຽນ ໂຮງຮຽນ ມສ ສົງ ແຂວງບໍ່ແກ້ວ.ອຸປະກອນທີ່ນໍາມາມອບໃນຄັ້ງນີິ້ ມີ: ປຶ້ມຂຽນ 100 ຫນ້າ: ຈໍານວນ 1,400 ຫົວປຶ້ມຂຽນ 200 ຫນ້າ: ຈໍານວນ 2,750 ຫົວ,ສໍດໍາ, ບິກດໍາ, ບິກຟ້າ ແລະ ບິກແດງ: ຈໍານວນ 12,000 ກ້ານລວມມູນຄ່າທັງໝົດ: 19,999,000 ກີບ (ສິບເກົ້າລ້ານ ເກົ້າຮ້ອຍເກົ້າສິບເກົ້າພັນກີບ)

ຕາງໜ້າຮັບເຄື່ອງອຸປະຖໍາໂດຍ ພະອາຈານ ປອ.ໄຊຍະພອນ ສີປັນຍາ ເຈົ້າອະທິການວັດຈອມເຂົາມະນີຣັດ ທັງເປັນ ອໍານວຍການໂຮງຮຽນ ມສ ສົງ ແຂວງບໍ່ແກ້ວ ມີບັນດາພຣະສົງສາມະເນນ ແລະ ຄະນະເຈົ້າສັດທາເຂົ້າຮ່ວມ.

ການຊ່ວຍເຫຼືອໃນຄັ້ງນີ້ ຖືເປັນການປະກອບສ່ວນອັນສໍາຄັນ ແລະ ມີຄວາມໝາຍຢ່າງຍິ່ງ ໃນການສົ່ງເສີມການສຶກສາຂອງພຣະສາມະເນນ, ຊ່ວຍຫຼຸດຜ່ອນການຂາດແຄນອຸປະກອນການຮຽນ ແລະ ເປັນການສ້າງໂອກາດທາງການສຶກສາໃຫ້ແກ່ເຍົາວະຊົນໃນພຣະພຸດທະສາສະໜາ ໃຫ້ມີເງື່ອນໄຂໃນການຄົ້ນຄວ້າຮ່ໍາຮຽນຢ່າງມີປະສິດທິພາບ.

ໂອກາດນີ້, ພຣະອາຈານ ປອ. ໄຊຍະພອນ ສີປັນຍາ ໄດ້ກ່າວວ່າ: ການທີ່ຄະນະເຈົ້າສັດທາໄດ້ຖວາຍການອຸປະຖຳບຳລຸງ ແລະ ສະໜັບສະໜູນພຣະພຸດທະສາສະໜາຢ່າງຕໍ່ເນື່ອງມາເປັນເວລາເຖິງ 15 ປີ ສະແດງໃຫ້ເຫັນເຖິງຄວາມສັດທາທີ່ແຮງກ້າ, ຄວາມຕັ້ງໃຈອັນບໍລິສຸດ, ແລະ ຄວາມໝັ້ນຄົງໃນການເຮັດບຸນກຸສົນ. ການສົ່ງເສີມພຣະພິກຂຸ-ສາມະເນນ ດ້ວຍເຄື່ອງໄທຍະທານ ແລະ ສິ່ງຂອງຈຳເປັນຕ່າງໆ ເປັນການຊ່ວຍແບ່ງເບົາພາລະ ເພື່ອໃຫ້ພຣະສົງ-ສາມະເນນມີປັດໄຈພຽງພໍໃນການສຶກສາຮຽນຮູ້ພຣະທຳຄຳສອນ ແລະ ປະຕິບັດສາສະນະກິດຢ່າງເຕັມທີ່.ພ້ອມນິ້,ໄດ້ອວຍພອນໃຫ້ເຈົ້າສັດທາທຸກທ່ານ ຈົ່ງມີຄວາມສຸກ, ຄວາມຈະເລີນ, ປະສົບຄວາມສຳເລັດໃນໜ້າທີ່ການງານ, ກິດຈະການຄ້າຂາຍ ແລະ ເຈີນດ້ວຍ ອາຍຸ, ວັນນະ, ສຸກຂະ, ພະລາໄມ ເຂັ້ມແຂງ ແລະ ປະຕິພານ ທະນະສານສົມບັດ ທຸກປະການ.

ຂ່າວໂດຍ: ເງິນຫຼົງ ຈິດພູວົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa