








ແຂວງບໍ່ແກ້ວ: ໃນວັນທີ 8 ກັນຍາ 2026ນີ້ ຢູ່ທີ່ ໂຮງແຮມລາດສະວົງ ນະຄອນຫຼວງວຽງຈັນ ທ່ານ ພົນຈັດຕະ ວາ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ນຳເອົາເງິນຊ່ວຍເຫຼືອຈຳນວນ 100,000,000 ກີບ (ຮ້ອຍລ້ານກີບ) ມອບໃຫ້ແຂວງຫຼວງນ້ຳທາ ເພື່ອສົມ ທົບເຂົ້າໃນການຟື້ນຟູ, ແບ່ງເບົາຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຍາມວິກິດ ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດໃນເດືອນສິງຫາຜ່ານມານີ້. ໂດຍໃຫ້ກຽດຕາງໜ້າຮັບຂອງ ທ່ານ ຄຳຟອງ ອິນມະນີ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງ ແຂວງຫຼວງນ້ຳທາ.
ໃນໂອກາດດັ່ງກ່າວນີ້, ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະ ພາປະຊາຊົນ ແຂວງບໍ່ແກ້ວ ໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ແບ່ງເບົາຄວາມທຸກຮ້ອນ ຂອງຄະນະນຳ ແລະ ປະຊາຊົນຊາວຫຼວງນ້ຳທາ ທີ່ໄດ້ຮັບຜົນກະທົບຈາກເຫດການໄພນ້ຳຖ້ວມໃນເດືອນສິງຫາຜ່ານມາ. ເງິນຊ່ວຍ ເຫຼືອຈຳນວນດັ່ງກ່າວນີ້ ເຊິ່ງແມ່ນນ້ຳໃຈ ແລະ ຄວາມເປັນຫ່ວງເປັນໄຍຈາກອົງການປົກຄອງ ຕະຫຼອດຮອດປະຊາ ຊົນແຂວງບໍ່ແກ້ວ ທີ່ຮ່ວມໃຈກັນສົ່ງກຳລັງໃຈໃຫ້ແຂວງຫຼວງນ້ຳທາ ຜ່ານຜ່າວິກິດຄັ້ງນີ້ໄປໃຫ້ໄດ້ໂດຍໄວ.
ຕາງໜ້າໃຫ້ອົງການປົກຄອງ ແລະ ປະຊາຊົນແຂວງຫຼວງນ້ຳທາ, ທ່ານ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງ ແຂວງຫຼວງນ້ຳທາ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ຄວາມເປັນຫ່ວງເປັນໄຍ ແລະ ກຳລັງໃຈຈາກປະຊາຊົນ ແຂວງບໍ່ແກ້ວທຸກທ່ານທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້. ທ່ານໄດ້ຢືນຢັນວ່າ ຈະນຳເອົາເງິນຊ່ວຍເຫຼືອດັ່ງກ່າວໄປນຳໃຊ້ໃຫ້ຖືກຕ້ອງຕາມຈຸດປະສົງ ແລະ ເຂົ້າເຖິງປະຊາຊົນຜູ້ທີ່ກຳລັງເດືອດຮ້ອນ ໃຫ້ທ່ວງທັນ.
ຂ່າວ: ຈ.ຈັນທະລິດ
ພາບ: ຫ້ອງວ່າການແຂວງບໍ່ແກ້ວ ແລະ ຜູ້ສື່ຂ່າວແຂວງຫຼວງນ້ຳທ