ກໍາມະບານຮາກຖານອຸດສາຫະກໍາ ແລະ ການຄ້າ ປະເມີນຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2026.

ວັນທີ 3 ກັນຍາ 2026 ນີ້, ກໍາມະບານຮາກຖານອຸດສາຫະກໍາ ແລະ ການຄ້າ ເມືອງປາກທາ ປະເມີນຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5  ເປັນເຈົ້າ ປະຈຳປີ 2026 ໂດຍການເປັນປະທານຂອງສະຫາຍ ອາຄົມ ຈິນດາລັດ ປະທານກໍາມະບານຮາກອຸດສາຫະກໍາ ແລະ ການຄ້າ, ເປັນກຽດເຂົ້າຮ່ວມຂອງສະຫາຍ ຫຸມແພງ ແກ້ວມະນີ ກໍາມະການພັກເມືອງ ເລຂາໜ່ວຍອຸດສາຫະກໍາ ແລະ ການຄ້າ, ສະຫາຍນາງ ແສງເພັດ ຈັນສີແພງ ຄະນະບໍລິຫານງານສະຫະພັນກໍາມະບານແຂວງບໍ່ແກ້ວ, ປະທານສະຫະພັນກໍາມະບານເມືອງປາກທາ, ມີບັນດາຄະນະຮັບຜິດຊອບ ແລະ ສະມາຊິກກຳມະບານພາຍໃນຮາກຖານເຂົ້າຮ່ວມປະເມີນ.

ກອງປະຊຸມ ສະຫາຍ ອາຄົມ ຈິນດາລັດ ປະທານກໍາມະບານຮາກອຸດສາຫະກໍາ ແລະ ການຄ້າໄດ້ຮ່າງບົດສະຫຼູບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າປະຈຳປີ 2026 ແລະ ທິດທາງແຜນການ ປີ 2027 ເຊິ່ງໃຫ້ຮູ້ວ່າ: ກໍາມະບານຮາກຖານອຸດສາຫະກໍາ ແລະ ການຄ້າ ເປັນຮາກຖານໜຶ່ງທີ່ມາຈາກຍຸບໂຮມກໍາມະບານຮາກຖານພະລັງງານ ແລະ ບໍ່ແຮ່ ເຂົ້າກັບກໍາມະບານຮາກຖານອຸດສາຫະກໍາ ແລະ ການຄ້າ ໃນນັ້ນກວມເອົາສູນບໍລິການໄຟຟ້າເມືອງປາກທາ, ເຊິ່ງມີພາລະບົດບາດເປັນເສນາທິການໃຫ້ແກ່ໜ່ວຍພັກພາຍໃຕ້ການຊີ້ນໍານໍາພາຂອງໜ່ວຍພັກ, ກໍາມະບານຮາກຖານອຸດສາຫະກໍາ ແລະ ການຄ້າ ປະກອບມີສະມາຊິກທັງໝົດ 15 ສະຫາຍ, ຍິງ 2 ສະຫາຍ, ຕະຫຼອດໄລຍະຜ່ານມາຄະນະປະທານກຳມະບານຮາກຖານພວກເຮົາແມ່ນໄດ້ຖືເອົາການຝຶກຝົນຫຼໍ່ຫຼອມທາງດ້ານການເມືອງແນວຄິດເປັນບັນຫາຕົ້ນຕໍ, ໂດຍຖືເອົາການສຳຫຼວດກວດກາ, ການຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນເປັນບັນຫາສຳຄັນ ຕິດພັນກັບການຈັດຕັ້ງປະຕິບັດດ້ານວິຊາສະເພາະ, ທິດສະດີການເມືອງ, ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ກະຕຸກຊຸກຍູ້ສະມາຊິກພາຍໃນໜ່ວຍໃຫ້ມີຄວາມດຸໝັ່ນ, ຊື່ສັດ, ປະຢັດ, ປັບປຸງຊີວິດການເປັນຢູ່ໃຫ້ດີຂື້ນ ສ້າງຄວາມສາມັກຄີພາຍໃນກົມກອງ, ຕັ້ງໜ້າປັບປຸງແບບແຜນວິທີການເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບຂັ້ນລຸ່ມປະຕິບັດຕາມຂັ້ນເທິງເຊິງສະແດງອອກໃນດ້ານວິຊາສະເພາະ, ໂດຍສະເພາະແມ່ນການສ້າງເສດຖະກິດພາຍໃນຄອບຄົວໂດຍການສ້າງຄອບຄົວແບບກຸ້ມຕົວເອງ.

ຈາກນັ້ນ, ສະຫາຍ ນາງ ແສງເພັດ ຈັນສີແພງ ປະທານສະຫະພັນກໍາມະບານເມືອງປາກທາ ໄດ້ຜ່ານມາດຖານເງືອນໄຂການປະເມີນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ, ພ້ອມນັ້ນ ສະມາຊິກກຳມະບານແຕ່ລະສະຫາຍກໍ່ໄດ້ຜ່ານໃບປະເມີນຂອງຕົນເອງ ເພື່ອໃຫ້ໜູ່ຄະນະໄດ້ປະກອບຄຳຄິດຄຳເຫັນຕຳນິຕິຊົມກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນຕາມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ.

ຂ່າວ: ວັນະເດດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa