ກໍາມະບານຮາກຖານສານປະຊາຊົນເຂດ II ແຂວງບໍ່ແກ້ວເປີດກອງປະຊຸມສະຫຼຸບວຽກງານປະຈໍາ 6 ເດືອນຕົ້ນປີ ແລະວາງທິດທາງແຜນການ 6 ເດືອນທ້າຍປີ 2026.

ຕອນບ່າຍຂອງວັນທີ 7 ກັນຍາ 2026 ນີ້. ຢູ່ທີ່ຫ້ອງປະຊຸມສານປະຊາຊົນເຂດ II ແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມສະຫຼຸບວຽກງານປະຈໍາ 6 ເດືອນຕົ້ນປີ ແລະວາງທິດທາງແຜນການ 6 ເດືອນທ້າຍປີ 2026 ຕິດພັນກັບການປະເມີນ 5 ເປັນເຈົ້າຂອງກໍາມະບານຮາກຖານສານປະຊາຊົນເຂດ II ແຂວງບໍ່ແກ້ວ ໂດຍການເປັນຮ່ວມຂອງທ່ານ ອິນສະຫວັນ ພົມມະຈັນ ຮອງປະທານສານປະຊາຊົນເຂດ II, ທ່ານ ຄໍາປິວ ປານຄໍາ ກໍາມະການພັກເມືອງ ຫົວໜ້າຫ້ອງການຍຸຕິທໍາເມືອງ, ທ່ານ ເອລາວັນ ວັນນະວົງ ກໍາມະການພັກເມືອງ ປະທານສານປະຊາຊົນເຂດ II ແຂວງບໍ່ແກ້ວ ພ້ອມດ້ວຍສະມາຊິກກໍາມະບານພາຍໃນຮາກຖານເຂົ້າຮ່ວມ.

ກອງປະຊຸມຄະນະຮັບຜິດຊອບໄດ້ຜ່ານບົດສະຫຼຸບວຽກງານກໍາມະບານຮາກຖານສານປະຊາຊົນເຂດ II  ແຂວງບໍ່ແກ້ວ ປະຈໍາ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2026 ກຳມະບານຮາກຖານສານປະຊາຊົນ ເຂດ II ຂຶ້ນກັບສະຫະພັນກໍາມະບານເມືອງ, ພາຍໃຕ້ການຊີ້ນໍາ ຂອງຄະນະໜ່ວຍພັກສານປະຊາຊົນເຂດ II ແລະຄະນະໜ່ວຍພັກ ຍຸຕິທຳເມືອງ, ມີສະມາຊິກກຳມະບານ ທັງໝົດ 16 ສະຫາຍ, ຍິງ 6 ສະຫາຍ, ມີສະມາຊິກກອງທຶນ 17 ສະຫາຍ, ຍິງ 6 ສະຫາຍ, ໃນນີ້ມີພະນັກງານບໍານານ 1 ສະຫາຍ, 6 ເດືອນຜ່ານມາສະມາຊິກກຳມະບານພາຍໃນຮາກຖານ, ແຕ່ລະສະຫາຍໄດ້ເປັນເຈົ້າການໃນການປະຕິບັດລະບຽບຂອງພັກ ກົດໝາຍຂອງລັດ ແລະປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ ມີສະຕິລະວັງຕົວຢູ່ສະເໝີ ແລະຕ້ານທຸກປະກົດການຫຍໍ້ທໍ້ໃນສັງຄົມ, ປະກອບສ່ວນເຂົ້າໃນການປ້ອງການເວນຍາມຫ້ອງການ, ເຮັດສຳເລັດທຸກໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍຕໍ່ກັບວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດເຮັດໃຫ້ພາຍໃນຮາກຖານກໍາມະບານມີຄວາມສະຫງົບໂດຍ ພື້ນຖານ, ວຽກງານຫ້ອງການຍຸຕິທໍາເມືອງ ໃນ 6 ເດືອນຕົ້ນ ປີຜ່ານມາ ໄດ້ລົງໂຄສະນາເຜີຍແຜ່ ແລະສຶກສາອົບຮົມກົດໝາຍ, ປະເມີນຄືນຄອບຄົວ ແລະບ້ານແບບຢ່າງປະຕິບັດກົດໝາຍ ທີ່ໄດ້ປະກາດຮັບຮອງຜ່ານມາ ທັງໝົດ 17 ບ້ານ ມີ 1,109 ຄອບຄົວ, ປັບປຸງ, ບຳລຸງສິດ, ໜ້າທີ່ ແລະພາລະບົດບາດໃຫ້ແກ່ໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານໄດ້ 18 ບ້ານ, 18 ໜ່ວຍ, ມີຄະນະໜ່ວຍໄກ່ເກ່ຍທັງໝົດ 90 ຄົນ, ຍິງ 18 ຄົນ, ປັບປຸງ, ບໍາລຸງສິດ, ໜ້າທີ່ ແລະພາລະບົດບາດໃຫ້ແກ່ໜ່ວຍໄກ່ເກ່ຍ ຄະດີ ເດັກໄດ້ 18 ບ້ານ ຈໍານວນ 18 ໜ່ວຍ ມີ 54 ຄົນ, ຍິງ 18 ຄົນ, ໃຫ້ຄໍາປຶກສາທາງດ້ານກົດໝາຍ ເປັນຕົ້ນແມ່ນ ຂໍ້ຂັດແຍ່ງທີ່ດິນ, ການຢ່າຮ້າງ, ອຸປະຕິເຫດ, ສາຍພົວພັນຄອບຄົວ ແລະອື່ນໆ. ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ.

ໂອກາດນີ້, ທ່ານ ຄໍາປິວ ປານຄໍາ ຫົວໜ້າຫ້ອງການຍຸຕິທໍາເມືອງ ໄດ້ມີຄໍາເຫັນໂອລົມຕໍ່ກອງປະຊຸມກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບກໍາມະບານຮາກຖານສານປະຊາຊົນເຂດ II ທີ່ຍາດມາໄດ້ຜົນສໍາເລັດຫຼາຍດ້ານໃນໄລຍະຜ່ານມາ ແລະທ່ານໄດ້ຮຽກຮ້ອງມາຍັງສະມາຊິກກໍາມະບານທຸກສະຫາຍໃນຮາກຖານ, ແຕ່ລະສະຫາຍໃຫ້ເປັນເຈົ້າການໃນການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ລະບຽບຂອງພັກ, ກົດໝາຍຂອງລັດ, ຊ່ວຍກັນປ້ອງກັນສະຫງົບ, ມີສະຕິລະວັງຕົວ, ຕ້ານທຸກປະກົດການຫຍໍ້ທໍ້ໃນສັງຄົມ, ປັບປຸງສະມາຊິກຢູ່ພາຍໃນໜ່ວຍໃຫ້ເຂົ້າສູ່ລະບຽບຂອງ ສະຫະພັນກຳມະບານລາວ, ສືບຕໍ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ເປັນຕົ້ນແມ່ນ ການຕັດສິນຄະດີຕ່າງໆ ທີ່ເຂົ້າມາໃຫ້ສໍາເລັດ 100% ສະມາຊິກກໍາມະບານທຸກສະຫາຍຕ້ອງເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ.

ພາບ: ຄະນະຮັບຜິດຊອບສານເຂດ II.

ຂ່າວ: ໂສພາ ທິບພະວົງ. ວິຊາການຂ່າວຄະນະໂຄສະນາອົບຮົມເມືອງຜາອຸດົມ. 8.9.2026.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa