








ໃນວັນທີ 4 ກັນຍາ 2026ນີ້ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງຕົ້ນເຜິ້ງ ໄດ້ມີການຈັດຕັ້ງກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານປົກປ້ອງແຮງງານປະຈຳປີ 2026 ພ້ອມທັງກໍານົດທິດທາງແຜນການ ຈັດຕັ້ງປະຕິບັດວຽກງານປະຈຳປີ 2027 ຂຶ້ນຢ່າງເປັນທາງການ, ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານ ທ່ານ ແກ້ວລາ ນໍລະສີງ ປະທານສະຫະພັນກຳມະບານ ແຂວງບໍ່ແກ້ວ ມີຜູ້ຕາງໜ້າຈາກຄະນະນຳ, ພະນັກງານ-ລັດຖະກອນ ແລະ ຕົວແທນອົງການຈັດຕັ້ງທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ທົບທວນຄືນຜົນສຳເລັດຂອງວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານໃນໄລຍະທີ່ຜ່ານມາ, ພ້ອມທັງໄດ້ຖອດຖອນບົດຮຽນຈາກຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆທີ່ພົບພໍ້ໃນການຈັດຕັ້ງປະຕິບັດ ເພື່ອນຳໃຊ້ເປັນບົດຮຽນໃນການປັບປຸງວິທີການເຮັດວຽກໃຫ້ມີປະສິດທິພາບສູງຂຶ້ນ. ຜ່ານເອກະສານຄວາມໝາຍຄວາມສໍາຄັນ ແລະ ຄວາມຈໍາເປັນພາວະວິໄສ ໃນການສ້າງຕັ້ງຜູ້ຕາງ ໜ້າຜູ້ອອກແຮງງານ ແລະ ການຈັດຕັ້ງກຳມະ ບານຢູ່ຫົວໜ່ວຍແຮງງານ, ຜ່ານລະບຽບການຮັບຮອງເອົາຜູ້ຕາງໜ້າຜູ້ ອອກແຮງງານ ເລກທີ 681/ສກລ ແລະ ຜ່ານແຜນຜັນຂະຫຍາຍວຽກງານກຳມະ ບານ 5 ປີຄັ້ງທີ່ V ເປົ້າໝາຍທີ 3 ສົ່ງເສີມ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງ ຜູ້ອອກແຮງງານສະຫະພັນກຳມະບານ ແຂວງ ບໍ່ແກ້ວ ແຕ່ປີ 2025 – 2029. ພ້ອມນີ້, ກອງປະຊຸມຍັງໄດ້ຖືເປັນເວທີໃນການເຜີຍແຜ່ເນື້ອໃນສຳຄັນຂອງເອກະສານຕ່າງໆຂອງສູນກາງສະຫະພັນກຳມະບານລາວ ເພື່ອສ້າງຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນທົ່ວປະເທດ.
ໃນຕອນທ້າຍ, ກອງປະຊຸມໄດ້ຮ່ວມກັນສົນທະນາ, ໃຫ້ຄຳຄິດຄຳເຫັນ ແລະ ຕົກລົງເຫັນດີເປັນເອກະພາບກ່ຽວກັບທິດທາງແຜນການວຽກງານປົກປ້ອງແຮງງານປະຈຳປີ 2027 ໂດຍເນັ້ນໜັກໃສ່ການສືບຕໍ່ພັດທະນາຄຸນນະພາບ, ຂະຫຍາຍຂອບເຂດການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານໃຫ້ກວ້າງຂວາງ ແລະ ເລິກເຊິ່ງຍິ່ງຂຶ້ນໃນຕໍ່ໜ້າ.
ພາບ-ຂ່າວ: ສ ປັນຍາທອງ