




ວັນທີ 4 ກັນຍາ 2026 ຜ່ານມານີ້ ຢູ່ທີ່ບ້ານໂພນສະຫວ່າງ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີ ພົບປະແລກປ່ຽນບົດຮຽນບ້ານແຮກສ່ຽວ ລະຫວ່າງກອງບັນຊາການທະຫານເມືອງ ກັບບ້ານ ໂພນສະຫວ່າງ ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພັທ ບຸນເພັດ ສິນໄຊຍະ ກໍາມະການພັກເມືອງ ຫົວໜ້າການເມືອງ, ຫົວໜ້າກອງບັນຊາການທະຫານເມືອງເມິງ ມີສະຫາຍ ບຸນມີ ສຸລິຍາ ປະທານຄະນະກໍາມະການປົກຄອງບ້ານໂພນສະຫວ່າງ, ມີບັນດາສະຫາຍແຂກຖຶກເຊີນ, ນາຍພົນທະຫານ, ປະທານ-ຮອງປະທານຄະນະກໍາມະການປົກຄອງບ້ານ, ອົງການຈັດຕັ້ງບ້ານ, ເຖົ້າແກ່ແນວໂຮມບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ກອງຄໍາ ຮອງປະທານຄະນະກໍາມະການປົກຄອງບ້ານ ຂຶ້ນຜ່ານບົດສະຫຼຸບ ແລະ ທິດທາງແຜນການ ປີ2027 ບ້ານໂພນສະຫວ່າງເປັນບ້ານໜຶ່ງ ຫາງຈາກເທດສະບານເມືອງ 2 ກິໂລແມັດ ມີເນື້ອທີທັງໝົດ 9.866,68 ເຮັກຕາ, ເປັນຊົນເຜົ່າອາຄາ ຖືສາດສະໜາຜີ, ມີພົນລະເມືອງທັງໝົດ 1.010 ຄົນ, ຍິງ 496 ຄົນ, ມີ 182 ຫຼັງຄາເຮືອນ, ມີ 230 ຄອບຄົວ ໃນນັ້ນມີສະມາຊິກພັກ 23 ສະຫາຍ, ຍິງ 3 ສະຫາຍ, ສໍາຮອງ 2 ສະຫາຍ, ມີກໍາລັງ ປກຊ ບ້ານ 12 ສະຫາຍ, ມີອາວຸດ 4 ກະບອກ, ມີກໍາລັງ ປກສ ບ້ານ 8 ສະຫາຍ, ມີອາວຸດ 1 ກະບອກ ຕະຫຼອດໄລຍະທີ່ຜ່ານມາ ກອງບັນຊາການທະຫານເມືອງເມິງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໄດ້ຮັບຮູ້ເຂົ້າໃຈກ່ຽວກັບແນວທາງປ່ຽນແປງໃໝ່ຂອງພັກ ລະບຽບກົດໝາຍຂອງລັດ ເປັນເຈົ້າການປະຕິບັດພັນທະຂອງພົນລະເມືອງ ຈໍາແນກມິດສັດຕູຢ່າງຈະແຈ້ງ, ໄດ້ເຂົ້າຮ່ວມງານບຸນປະເພນີຕ່າງໆຂອງບ້ານ ແລະ ໄດ້ປະສານວຽກງານອື່ນໆ ເປັນຕົ້ນແມ່ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານພັດທະນາເສດຖະກິດ ບ້ານໂພນສະຫວ່າງປະກອບມີເງິນກອງທຶນຊ່ວຍເຫຼືອຂອງລັດຖະບານ ຈໍານວນ 236 ລ້ານກ່ວາກີບ ສາມາດສ້າງລາຍຮັບສະເລ່ຍໃສ່ຫົວຄົນໄດ້ 28 ລ້ານກີບຕໍ່ຄົນຕໍ່ປີ ຈາກນັ້ນໃນພິທີ ຜູ້ເຂົ້າຮ່ວມໄດ້ປະກອບຄໍາເຫັນຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ພ້ອມກັນແກ້ໄຂບັນຫາຈຸດອ່ອນ ແລະ ຂໍ້ຄົງຂ້າງຕ່າງໆ ເພຶ່ອສຶບຕໍ່ຈັດຕັ້ງປະຕິບັດຕາມທິດທາງແຜນການໃນຕໍ່ໜ້າ ໃຫ້ປະກົດຜົນເປັນຈິ່ງເທື່ອກ້າວ.
ໃນພິທີ ສະຫາຍ ພັນໂທ ບຸນເພັດ ສິນໄຊຍະ ກໍາມະການພັກເມືອງ ຫົວໜ້າການເມືອງ ຫົວໜ້າກອງບັນຊາການທະຫານເມືອງ ໄດ້ປະກອບຄໍາຄິດຄໍາເຫັນ ກ່ອນອື່ນທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ປະທານ-ຮອງປະທານຄະນະກໍາມະການປົກຄອງບ້ານ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນບ້ານທີ່ຍາດໄດ້ຜົນງານ ແລະ ຜົນສໍາເລັດຫຼາຍດ້ານ ຕະຫຼອດໄລຍະທີ່ຜ່ານມາ ແລະ ໄດ້ຮຽກຮ້ອງມາຍັງປະທານ-ຮອງປະທານບ້ານ ແລະ ປະຊາຊົນພາຍໃນບ້ານ ສຶບຕໍ່ຮັກສາມູນເຊື້ອ, ຮັກສາຄວາມສາມັກຄີໃຫ້ແໜ້ນແຟ້ນ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ເອົາໃຈໃສ່ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ພາຍໃນບ້ານເຮັດໃຫ້ມີຄວາມສະຫງົບປອດໄພ ແລະ ສຶບຕໍ່ປ້ອງກັນເວນຍາມເວລາມີບຸນມີງານ,ຕ້ອນຮັບການນໍາຂອງເມືອງ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ ພ້ອມທັງຕ້ານ, ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນ: ຂີ້ລັກງັດແງະ, ບັນຫາຢາເສບຕິດ ແລະ ການຄ້າຂາຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແມ່ນໃຫ້ລາຍງານຕໍ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໄດ້ຮັບຮູ້ ແລະ ພ້ອມກັນແກ່ໄຂບັນຫາໃຫ້ທວງທັນກັບສະພາບການທີ່ເກີດຂຶ້ນຕື່ມອີ່ກ.
ຂ່າວ: ອຸ່ນຄໍາ ຂັນວາລິດ
ພາບ: ສ່ອງແກ້ວ ທໍາມະວົງ