ຫ້ອງການຍຸຕິທຳເມືອງເມິງ ລົງເຄື່ອນທີ່ເຜີຍແຜ່ກົດໝາຍ ແລະ ໃຫ້ຄຳປຶກສາທາງດ້ານກົດໝາຍ ຢູ່ກຸ່ມບ້ານຫົວນ້ຳຄາ.

ໃນລະຫວ່າງ ວັນທີ 2-5 ມິຖຸນາ 2026, ຫ້ອງການຍຸຕິທຳເມືອງເມິງ ແຂວງບໍ່ແກ້ວ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ແລະ ຕັ້ງໂຕະໃຫ້ຄຳປຶກສາທາງດ້ານກົດໝາຍໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນ ກຸ່ມຫົວນ້ຳຄາ ລວມມີ 4 ບ້ານ ຄື:ບ້ານຫົວນ້ຳຄາ,ບ້ານຫົວນ້ຳຄາ (ຄຸ້ມຈ່າກໍ)ບ້ານນາງາມ (ຄຸ້ມປຸ່ງຫີນ) ແລະ ບ້ານນ້ຳຄາລື້ໂດຍມີ  ທ່ານ ຫຸມແກ້ວ ອ້ອຍແຂມທອງ ຄະນະປະຈຳພັກເມືອງ, ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ,ມີທ່ານຫົວໜ້າຫ້ອງການຍຸຕິທຳເມືອງ ພ້ອມດ້ວຍທີມງານ, ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມທັງໝົດ 159 ຄົນ,ຍິງ 72 ຄົນ.

ການລົງໂຄສະນາເຜີຍແຜ່ກົດໝາຍ ຄັ້ງນິ້ ມີເປົ້າໝາຍເພື່ອສ້າງສະຕິເຄົາລົບກົດໝາຍ, ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຍົກສູງປະສິດທິພາບການຄຸ້ມຄອງລັດ-ສັງຄົມດ້ວຍກົດໝາຍ ໃຫ້ມີຄວາມສະຫງົບ ແລະ ຍຸຕິທຳ. ສໍາລັບເອກະສານສໍາຄັນທີ່ນຳມາເຜີຍແຜ່ມີ:ດຳລັດ 77/ລບ (28 ກຸມພາ 2018) ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ,ດຳລັດ ວ່າດ້ວຍການເອົາເດັກເປັນລູກລ້ຽງ, ກົດໝາຍ ວ່າດ້ວຍຢາເສບຕິດ ປະມວນກົດໝາຍແພ່ງ (ຄອບຄົວ, ກຳມະສິດ, ຂໍ້ຜູກພັນໃນ ແລະ ນອກສັນຍາ) ກົດໝາຍ ວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສິນຂອງສານ  ປະຊາຊົນໄດ້ໃຫ້ຄວາມສົນໃຈໂດຍມີການຍົກບັນຫາຂຶ້ນມາແລກປ່ຽນ ແລະ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ.

ໃນໂອກາດນິ້. ທ່ານ ຫຸມແກ້ວ ອ້ອຍແຂມທອງ ໄດ້ມີຄໍາເຫັນເນັ້ນໜັກໃຫ້ພໍ່ແມ່ປະຊາຊົນຈົ່ງມີສະຕິລະວັງຕົວ, ນຳເອົາເນື້ອໃນກົດໝາຍທີ່ໄດ້ຮັບຟັງໄປຜັນຂະຫຍາຍ ແລະ ນຳໃຊ້ເຂົ້າໃນຊີວິດຕົວຈິງ ເພື່ອຮ່ວມກັນສ້າງສັງຄົມໃຫ້ມີຄວາມສະຫງົບ, ຍຸຕິທຳ ແລະ ກ້າວໄປສູ່ການເປັນລັດທີ່ປົກຄອງດ້ວຍກົດໝາຍຢ່າງໜັກແໜ້ນ.

#ພາບ-ຂ່າວ: ອຳພອນ ລີເຊຍປໍ

#ກວດແກ້ຂ່າວ ໂດຍ: ເງິນຫຼົງ ຈິດພູວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa