ສະຫາຍ ບຸນທອງ ຈິດມະນີ. ພ້ອມກັບພັນລະຍາ ໄດ້ຮ່ວມກັນປູກຕົ້ນໄມ້ ຢູ່ທີ່ສວນສາທາລະນະຮ່ວມໃຈພັດທະນາ.

ໃນໂອກາດທີ ສະຫາຍ ບຸນທອງ ຈິດມະນີ  ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ອະດີດຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ຕິດຕາມ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍ່ແກ້ວ ໃນລະຫວ່າງ ວັນທີ 1 ຫາ 2 ມີຖຸນາ 2026 ນິ້. ພາຍຫຼັງສໍາເລັດພາລະກິດແລ້ວ.

ໃນເວລາປະມານ 9:00 ໂມງ ຂອງວັນທີ 3 ມິຖຸນາ, ສະຫາຍ ບຸນທອງ ຈິດມະນີ ແລະ ສະຫາຍ  ນາງ ບົວໄລ ຈິດມະນີ ພັນລະຍາ. ພ້ອມດ້ວຍຄະນະການນຳຂອງແຂວງບໍ່ແກ້ວ ໄດ້ຮ່ວມກັນປູກຕົ້ນໄມ້ (ປະເພດໄມ້ດູ ເຊິ່ງເປັນໄມ້ເສດຖະກິດທີ່ມີຄ່າສູງ) ຢູ່ທີ່ສວນສາທາລະນະຮ່ວມໃຈພັດທະນາ ສະໂມສອນແຂວງບໍ່ແກ້ວ, ເພື່ອເປັນການສະເຫຼີມສະຫຼອງ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ.ຈາກນັ້ນ, ສະຫາຍ ບຸນທອງ ຈິດມະນີ ພ້ອມຄະນະ ໄດ້ເດີນທາງກັບຄືນນະຄອນຫຼວງວຽງຈັນ.ອອກສົ່ງມີ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ  ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັແຂວງ,ປະທານສະພາປະຊາຊົນແຂວງບໍ່ແກ້ວ, ມີບັນດາຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງຫ້ວຍຊາຍ, ຄະນະປະຈຳພັກແຂວງ ແລະ ກຳມະການພັກແຂວງ ເຂົ້າຮ່ວມສົ່ງຄະນະເດີນທາງ ຢູ່ທີ່ສະໜາມບິນກົມການເມືອງ (ພູ 106) ດ້ວຍບັນຍາກາດອັນອົບອຸ່ນ.

ໂດຍ: ເງິນຫຼົງ ຈິດພູວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa