ບໍ່ແກ້ວ ຈັດງານສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 101 ປີ ສຸດຄຶກຄື້ນ.

ພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ  ຢູ່ທີ່ຫໍວັດທະນະທຳແຂວງບໍ່ແກ້ວ ໃນວັນທີ 1 ມິຖຸນາ 2026 ນີ້ ມີບັນຍາກາດເຕັມໄປດ້ວຍຮອຍຍິ້ມ ແລະ ຄວາມອົບອຸ່ນ, ການນຳແຂວງ, ພໍ່ແມ່ຜູ້ປົກຄອງ ແລະ ຫຼານນ້ອຍເດັກນ້ອຍເຂົ້າຮ່ວມຢ່າງຟົດຟື້ນ.

ພິທີ ທ່ານ ຄຳແສງ ສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ,ໄດ້ເຜີຍແຜ່ມູນເຊື້ອປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນ ແລະ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປົກປ້ອງສິດທິເດັກ ໂດຍສະເພາະແມ່ນ “ກຸ່ມເດັກດ້ອຍໂອກາດ ເຊັ່ນ: ເດັກພິການ, ເດັກກຳພ້າກຳພ້ອຍ, ເດັກທີ່ຖືກປະຖີ້ມ, ເດັກຂ້າງຖະໜົນ, ເດັກທີ່ຢູ່ໃນກຸ່ມສ່ຽງ, ເດັກຢູ່ເຂດທຸກຍາກ ແລະ ເຂດຫ່າງໄກສອກຫລີກ ໃຫ້ໄດ້ຮັບຜົນປະໂຫຍດ ແລະ ການມີສ່ວນຮ່ວມຢ່າງເຕັມສ່ວນໃນທຸກກິດຈະກໍາການເຄື່ອນໄຫວປົກກະຕິຂອງເດັກໃນຂອບເຂດທົ່ວປະເທດ ເພື່ອຮັບປະກັນການພັດທະນາ ແລະ ການຂະຫຍາຍຕົວຢ່າງແຂງແຮງຕາມເສດຖະກິດຂອງຊາດ ແລະ ໄປທົ່ວເຖິງເດັກທຸກຄົນໃນສັງຄົມ ເພື່ອເຮັດໃຫ້ທຸກການຈັດຕັ້ງຂອງພັກ-ລັດ, ສັງຄົມ, ພໍ່ແມ່ຜູ້ປົກຄອງເດັກ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ເປັນການປຸກລະດົມໃຫ້ທົ່ວສັງຄົມເຫັນໄດ້ຄວາມສໍາຄັນ ແລະ ຍົກສູງໃນວຽກງານປົກປ້ອງສິດທິເດັກ, ເພາະເດັກ ນ້ອຍໃນວັນນີ້ ຈະກາຍເປັນຜູ້ສືບທອດພາລະກິດຂອງຊາດໃນອະນາຄົດ.

ງານໃນຄັ້ງນີ້ ມີກິດຈະກຳຫຼາກຫຼາຍຮູບແບບທີ່ສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ຜູ້ເຂົ້າຮ່ວມ ເຊັ່ນ: ການສະແດງສິລະປະວັນນະຄະດີສຸດໜ້າຮັກ ຈາກຫຼານນ້ອຍສູນວັດທະນະທຳເດັກ ແລະ ໂຮງຮຽນອ້ອມຂ້າງແຂວງ, ການນຳຂອງແຂວງໄດ້ແຈກຢາຍເຂົ້າໜົມ ແລະ ຂອງຂວັນແທນຄວາມຮັກ, ພ້ອມທັງມີກິດຈະກຳ “ຢອດຢາມິດຕາມິນ” ເພື່ອສົ່ງເສີມສຸຂະພາບທີ່ດີໃຫ້ແກ່ເດັກ ແລະ ການນຳຂອງແຂວງ ແລະ ເດັກນ້ອຍ ໄດ້ຮ່ວມກັນປູກຕົ້ນໄມ້ ຢູ່ສວນສາທາລະນະຮ່ວມໃຈພັດທະນາແຂວງບໍ່ແກ້ວ ເພື່ອປູກຈິດສຳນຶກໃຫ້ເດັກນ້ອຍຮັກ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດໃຫ້ອຸດົມສົມບູນ.

 

ຂ່າວ: ສາຍສະໝອນ ແກ້ວວິສິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa