ຄອບຄົວການນຳແຂວງບໍ່ແກ້ວ ຊຸກຍູ້ການສຶກສາ.

💻✨ເພື່ອສົ່ງເສີ່ມວຽກງານການສຶກສາ ແລະ ສ້າງເງື່ອນໄຂທີ່ດີໃຫ້ແກ່ນ້ອງນັກຮຽນ🎊 ໃນໂອກາດວັນເດັກ ນ້ອຍສາກົນ 1 ມິຖຸນາ ທີ່ຈະມາເຖິງນີ້ 📝✨ໃຫ້ມີຄວາມໝາຍ ແລະ ເຕັມໄປດ້ວຍຄວາມມ່ວນຊື່ໃຫ້ແກ່ເດັກ;🎉 ທາງຄອບຄົວການນຳ ແຂວງບໍ່ແກ້ວ #ໂດຍມີທ່ານ ນາງ ຍອດທິດາ ບຸດຈັນແພງ ນຳໜ້າເປັນເຈົ້າການ ມອບອຸປະ ກອນການຮຽນ 🖍️📒ແລະ ເຄື່ອງອຸປະໂພກ-ບໍລິໂພກ🍩🍿 ພ້ອມດ້ວນເງິນສົດຈຳນວນ 5.500.000ກີບ💶 ໃຫ້ແກ່ໂຮງຮຽນຊົນເຜົ່າແຂວງ ເພື່ອນຳໃຊ້ເຂົ້າໃນການຮຽນ -ການສອນ ແລະປັບປຸງຊີວິດການເປັນຢູ່ຂອງນ້ອງນັກຮຽນ

🌸✨ໃນພິທີມອບ-ຮັບ ມີບັນດາທ່ານ ຄອບຄົວການນຳ ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງອົບອຸ່ນ, ເຄື່ອງທີ່ນຳມາມອບປະກອບມີ ເຄື່ອງໃຊ້ປະຈຳວັນ, ປຶ້ມ📚, ບິກ🖊️, ສໍ✏️ ແລະ ເຄື່ອງອຸປະໂພກ🍬🧃 ພ້ອມດ້ວຍເງິນສົດອີກຈຳນວນໜຶ່ງ ເພື່ອເປັນຂວັນກຳລັງໃຈ ແລະ ເຕີມເຕັມຄວາມອົບອຸ່ນໃຫ້ແກ່ນ້ອງນັກຮຽນທີ່ຫ່າງໄກຄອບຄົວ ໄດ້ມີກຳລັງໃຈທີ່ດີສຸມໃສ່ເຂົ້າໃນການຮຽນຢ່າງຕັ້ງໜ້າ.

❤️✨ໃນນີ້, ຕາງໜ້າຄະນະນຳໂຮງຮຽນ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ຄອບຄົວການນຳແຂວງ ທີ່ໃຫ້ຄວາມຫ່ວງໄຍ ແລະ ຊ່ວຍເຫຼືອຕໍ່ວຽກງານການສຶກສາ ເຊິ່ງເປັນສ່ວນສຳຄັນໃນການສ້າງໂອກາດໃຫ້ນ້ອງນັກຮຽນ ໂຮງຮຽນຊົນເຜົ່າແຂວງບໍ່ແກ້ວ ຢ່າງທົ່ວເຖິງ

#ການມອບເຄື່ອງ ແລະ ເງິນຊຸກຍູ້ຄັ້ງນີ້ ຍັງສະແດງເຖິງ ຄວາມຫ່ວງໄຍ ແລະ ຄວາມຮ່ວມມືຂອງສັງຄົມທີ່ມີຕໍ່ການສຶກສາ ເພື່ອຮ່ວມມືກັນພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ໃນອະນາຄົດ.

#ພາບ: ເໝີຍວ່າ

#ຂ່າວ: ຈ.ຈັນທະລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa