ກອງບັນຊາການທະຫານແຂວງບໍ່ແກ້ວ ມອບເງິນອຸດໜູນເສຍຊີວິດໃຫ້ແກ່ຄອບຄົວພະນັກງານຜູ້ເສຍຊີວິດ.

ໃນວັນທີ 04 ມິຖຸນາ 2026 ນີ້ ກອງບັນຊາການທະຫານແຂວງບໍ່ແກ້ວໄດ້ມີພິທີ ມອບ-ຮັບເງິນອຸດໜູນເສຍຊີວິດເທື່ອດຽວ ໃຫ້ແກ່ຄອບຄົວພະນັກງານບຳນານ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວມອບໂດຍ ສະຫາຍ ພັນໂທ ສີນວນ ອິນທະສອນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຕາງໜ້າຄະນະພັກ-ຄະນະບັນຊາກົມກອງ, ພະແນກການກ່ຽວຂ້ອງ ແລະ ຍາດຕິພີ່ນ້ອງຂອງຄອບຄົວຜູ້ເສຍຊີວິດເຂົ້າຮ່ວມຢ່າງພ້ອມພຽງ.

ໂດຍອີງຕາມກົດໝາຍວ່າດ້ວຍປະກັນສັງຄົມ ສະບັບເລກທີ 54/ສພຊ ແລະ ອີງຕາມຄຳສັ່ງແນະນໍາຂອງກະຊວງປ້ອງກັນປະເທດກ່ຽວກັບການຈັດຕັ້ງປະຕິບັດກົດໝາຍປະກັນສັງຄົມໃນກອງທັບປະຊາຊົນລາວ ເພື່ອແນໃສ່ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ ແລະ ຕອບແທນບຸນຄຸນຄຸນງາມຄວາມດີຂອງພະນັກງານທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນພາລະກິດປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ.ໂອກາດທີ່ມີຄວາມໝາຍນີ້, ສະຫາຍພັນໂທ ສີນວນ ອິນທະສອນ ໄດ້ຕາງໜ້າມອບເງິນອຸດໜູນດັ່ງກ່າວໃຫ້ແກ່ຄອບຄົວຜູ້ເສຍຊີວິດຈຳນວນ 02 ສະຫາຍ, ລວມເປັນເງິນທັງໝົດ 274.179.656 ກີບ.ໂອກາດນີ້ ສະຫາຍ ພັນໂທ ສີນວນ ອິນທະສອນ ກໍໄດ້ກ່າວສະແດງຄວາມຢ້ຽມຢາມຖາມຂ່າວ, ສະແດງຄວາມໄວ້ອາໄລ ແລະ ເສຍໃຈຢ່າງສຸດຊຶ່ງກັບຄອບຄົວຜູ້ເສຍຊີວິດ. ພ້ອມທັງໄດ້ເນັ້ນໜັກໃຫ້ຄອບຄົວຈົ່ງນຳເອົາເງິນອຸດໜູນດັ່ງກ່າວນຳໄປໝູນໃຊ້ເຂົ້າໃນການບໍລິຫານຈັດການ ແລະ ປັບປຸງຊີວິດການເປັນຢູ່ຂອງຄອບຄົວໃຫ້ເກີດຜົນປະໂຫຍດສູງສຸດພ້ອມທັງສືບຕໍ່ມູນເຊື້ອອັນດີງາມຂອງຄອບຄົວນັກຮົບປະຕິວັດເຂົ້າໃນການພັດທະນາທ້ອງຖິ່ນຂອງຕົນ.

ໂດຍ: ພາກ ສຸທິປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa