ໂຮງຮຽນ ມສ ສົງ ແຂວງບໍ່ແກ້ວ,ໄດ້ຮັບເຄື່ອງອຸປະຖໍາ ມູນຄ່າກວ່າ 14 ລ້ານກີບ ເພື່ອຮັບໃຊ້ການສອບເສັງ.

 

ໃນວັນທີ 18 ພຶດສະພາ 2026 ນີ້, ພຣະອາຈານໃຫຍ່ ອາດຍາທັມ ຄໍາເງິນ ຄໍາວົງ ປະທານທີ່ປຶກສາ ອົງການພຸດທະສາສະໜາສໍາພັນລາວ (ອພສ) ແຂວງບໍ່ແກ້ວ, ທ່ານ ສີວິໄຊ ພົນທະຈັກ ຕາງໜ້າບໍລິສັດ PSC ກຣຸບ ຈໍາກັດ ແລະ ທ່ານນາງ ສົມສະນິດ ເພັດໂຍທິນ ໄດ້ຮ່ວມໃຈກັນນໍາເອົາອາຫານ ແລະ ເຄື່ອງດື່ມ ມາອຸປະຖໍາຊຸກຍູ້ໃຫ້ແກ່ ຄູ-ອາຈານ ແລະ ນັກຮຽນ ຢູ່ທີ່ໂຮງຮຽນມັດທະຍົມສຶກສາສົມບູນສົງ (ມສ ສົງ) ແຂວງບໍ່ແກ້ວ ເພື່ອຮັບໃຊ້ເຂົ້າໃນໄລຍະການຈັດການສອບເສັງເລື່ອນຊັ້ນ ປະຈໍາສົກຮຽນ 2025-2026. ເຄື່ອງທີ່ນໍາມາມອບ ປະກອບມີ:ເຂົ້າກ່ອງ  233 ກ່ອງນໍ້າດື່ມ 30 ແຟັກ, ໄອສະຄຣີມ 1 ຖັງ ແລະໝາກໄມ້ ລວມມູນຄ່າການອຸປະຖໍາທັງໝົດ 14.650.000 ກີບ, ຮັບເຄື່ອງອຸປະຖໍາ,ໂດຍ ພຣະອາຈານ ປອ. ໄຊຍະພອນ ສີປັນຍາ ຜູ້ອໍານວຍການ ໂຮງຮຽນມັດທະຍົມສຶກສາສົມບູນສົງ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະຄູ-ອາຈານ ເຂົ້າຮ່ວມ.

ໃນໂອກາດນິ້.ທາງຄະນະອໍານວຍການໂຮງຮຽນ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ກັບທຸກໆທ່ານທີ່ມີຈິດສັດທາອັນແຮງກ້າ ທີ່ໄດ້ເຫັນເຖິງຄວາມສໍາຄັນ ແລະ ຊ່ວຍເຫຼືອດ້ານສະບຽງອາຫານໃຫ້ແກ່ຄູ-ອາຈານ ແລະ ນັກຮຽນສົງໃນໄລຍະສອບເສັງ ພ້ອມກັນນັ້ນ, ທາງໂຮງຮຽນໄດ້ມອບ ໃບຍ້ອງຍໍ ໃຫ້ແກ່ຄະນະຜູ້ອຸປະຖໍາ ເພື່ອເປັນການຈາລຶກຄຸນງາມຄວາມດີ ແລະ ນໍ້າໃຈອັນປະເສີດໃນຄັ້ງນິ້ນໍາອີກ.

ໂດຍ: ເງິນຫຼົງ ຈິດພູວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa