ຕຳນານການສະເດັດມາຂອງພຣະພຸດທະເຈົ້າ: ນຳ້ຍູ້, ເມືອງ ເມິງ, ແຂວງ ບໍ່ແກ້ວ.

ຮອຍພະບາດນໍ້າຍູ້ ຕັ້ງຢູ່ບ້ານຖໍ້າພະບາດ(ເຂດນໍ້າຍູ້), ເມືອງເມິງ, ແຂວງບໍ່ແກ້ວ ຖືເປັນສະຖານທີ່ສັກສິດ ແລະ ເປັນບູຮານສະຖານທີ່ສຳຄັນທາງພຸດທະສາສະໜາອີກແຫ່ງໜຶ່ງຂອງແຂວງ, ເຊິ່ງມີປະຫວັດຄວາມເປັນມາທີ່ຜູກພັນກັບຄວາມເຊື່ອທ້ອງຖິ່ນ ແລະ ຕຳນານທາງພຸດທະສາສະໜາຢ່າງຍາວນານ:

​     ຕຳນານການສະເດັດມາຂອງພຣະພຸດທະເຈົ້າ ນຳ້ຍູ້ ເມືອງ ເມິງ ແຂວງ ບໍ່ແກ້ວ

​ ຕາມຄວາມເຊື່ອຂອງຊາວເມືອງເມິງ ແລະ ບໍລິເວນໃກ້ຄຽງ, ເລົ່າຂານກັນມາວ່າ ໃນສະໄໝພຸດທະກຳ, ອົງສົມເດັດພຣະສຳມາສຳພຸດທະເຈົ້າ ໄດ້ສະເດັດຈາຣິກສະແດງທຳໂຜດສັດໂລກມາຮອດບໍລິເວນນີ້. ໃນຂະນະທີ່ພຣະອົງກຳລັງສະເດັດຜ່ານ, ໄດ້ຊົງຢຸດແວ່ ແລະ ປະທັບຮອຍພະບາດໄວ້ເທິງກ້ອນຫີນໃຫຍ່ ເພື່ອເປັນສັກຂີພະຍານ ແລະ ເປັນບ່ອນກາບໄຫວ້ບູຊາຂອງເຫຼົ່າເທວະດາ ແລະ ມະນຸດໃນອະນາຄົດ.

ຄຳວ່າ “ນໍ້າຍູ້” ມີຕຳນານທ້ອງຖິ່ນເລົ່າວ່າ: ໃນສະໄໝກ່ອນມີນ້ຳໄຫຼມາຈາກພູເຂົາ ແລ້ວມາຢຸດ ຫຼື “ຍູ້” ກັບຄືນ (ບາງແຫຼ່ງກໍວ່າເປັນການຍູ້ຫີນ ຫຼື ສິ່ງຂອງຕ່າງໆ ດ້ວຍກຳລັງອິດທິລິດ). ອີກຄວາມເຊື່ອໜຶ່ງແມ່ນກ່ຽວພັນກັບພະຍານາກ ທີ່ຄອຍປົກປັກຮັກສາຮອຍພະບາດ ໂດຍມີການ “ຍູ້” ກະແສນ້ຳບໍ່ໃຫ້ໄຫຼມາຖົມ ຫຼື ທຳລາຍບໍລິເວນຮອຍພະບາດນັ້ນເອງ.

​      ​ຮອຍພະບາດ: ປະທັບຢູ່ເທິງແຜ່ນຫີນທຳມະຊາດ ມີລັກສະນະຄ້າຍຄືຮອຍຕີນມະນຸດ ແຕ່ມີຂະໜາດໃຫຍ່ກວ່າປົກກະຕິ.ຢູ່ໃນ​ສະພາບແວດລ້ອມດີ: ບໍລິເວນອ້ອມຮອບແມ່ນປ່າໄມ້ທີ່ຮົ່ມເຢັນ ແລະ ມີລຳນ້ຳໄຫຼຜ່ານ, ເຮັດໃຫ້ມີບັນຍາກາດທີ່ສະຫງົບ ແລະ ສັກສິດ.

​      ການບູລະນະ ແລະ ຄວາມສຳຄັນໃນປັດຈຸບັນ

​ໃນໄລຍະຜ່ານມາ, ອຳນາດການປົກຄອງເມືອງເມິງ ແລະ ແຂວງບໍ່ແກ້ວ ພ້ອມດ້ວຍປະຊາຊົນຜູ້ມີຈິດສັດທາ ໄໄດ້ຮ່ວມກັນບູລະນະປະຕິສັງຂອນ ໄດ້ມີການສ້າງສາລາຄອບຮອຍພະບາດໄວ້ ເພື່ອປ້ອງກັນແດດ ແລະ ຝົນ.

ຮອຍພະບາດນໍ້າຍູ້ ໄດ້ຖືກກຳນົດໃຫ້ເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ ແລະ ປະຫວັດສາດ ທີ່ສຳຄັນຂອງເມືອງເມິງ.ໃນແຕ່ລະປີ, ເມື່ອຮອດຍາມບຸນນະມັດສະການ ຫຼື ບຸນປີໃໝ່ລາວ, ຊາວບ້ານ ແລະ ພຸດທະສາສະນິກະຊົນ ຈະພາກັນມາຫົດນ້ຳ, ສົງພຣະ ແລະ ກາບໄຫວ້ຂໍພອນ ເພື່ອຄວາມເປັນສິລິມຸງຄຸນແກ່ຊີວິດ.​

ຮອຍພະບາດນໍ້າຍູ້ ບໍ່ພຽງແຕ່ເປັນປູຊະນີຍະສະຖານທາງສາສະໜາເທົ່ານັ້ນ, ແຕ່ຍັງເປັນສິ່ງຢັ້ງຢືນເຖິງຄວາມສັດທາອັນແຮງກ້າຂອງປະຊາຊົນບັນດາເຜົ່າໃນເມືອງເມິງ ທີ່ມີຕໍ່ພຸດທະສາສະໜາມາຢ່າງຍາວນານ.

ໂດຍ:ເງິນຫລົງ ຈິດພູວົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa