ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ສຳເລັດຊຸດອົບຮົມມະຫາຊົນກ້າວໜ້າ, ກຽມພ້ອມຂະຫຍາຍເຂົ້າເປັນສະມາຊິກພັກ.

ໃນວັນທີ 12 ພຶດສະພາ ນີ້ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ໄດ້ມີການຈັດພິທີປິດຊຸດຮຽນສະໜັບສະໜູນ ສຳລັບມະຫາຊົນກ້າວໜ້າ ເພື່ອກະກຽມຄວາມພ້ອມ ແລະ ພິຈາລະນາເຂົ້ານຽນກົດລະບຽບພັກປະຊາຊົນ ປະຕິວັດລາວ ໃນຕໍ່ໜ້າ. ພິທີດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ສະຫາຍ ກົງເພັດ ຈັນສະຫວ່າງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຄູອາຈານ, ຄະນະຮັບຜິດຊອບ ແລະ ມະຫາຊົນກ້າວໜ້າ ຈຳນວນ 7 ສະຫາຍ ຍິງ 1 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.

ຕະຫຼອດໄລຍະການຮຽນ ໃນ 2 ວັນ ວັນທີ 11-12 ພຶດສະພາ, ມະຫາຊົນກ້າວໜ້າທັງ 7 ສະຫາຍ ໄດ້ເອົາໃຈໃສ່ລົງເລິກຄົ້ນຄວ້າຮ່ຳຮຽນ ແລະ ກຳແໜ້ນບັນດາແນວທາງນະໂຍບາຍຂອງພັກ, ລະບຽບການຕ່າງໆ ພ້ອມທັງຜ່ານການຄົ້ນຄວ້າເອກະສານ 13 ຄຳຖາມ ເຊິ່ງເປັນບົດຮຽນພື້ນຖານອັນສຳຄັນ ໃນການຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຄວາມຮັບຮູ້ແນວຄິດ ໃຫ້ມີຄວາມໜັກແໜ້ນ.

ໃນຕອນທ້າຍຂອງພິທີ, ສະຫາຍ ກົງເພັດ ຈັນສະຫວ່າງ  ໄດ້ໃຫ້ກຽດມອບໃບຢັ້ງຢືນການສຶກສາຮ່ຳຮຽນ ໃຫ້ແກ່ມະຫາຊົນກ້າວໜ້າທັງ 7 ສະຫາຍ ທີ່ສຳເລັດຫຼັກສູດຕາມລະດັບຄາດໝາຍ ເພື່ອເປັນບ່ອນອີງໃນການຕິດຕາມ, ກໍ່ສ້າງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa