ກອງບັນຊາການທະຫານແຂວງບໍ່ແກ້ວ ປະກາດຕຳແໜ່ງງານ.

ພິທີ ປະກາດແຕ່ງຕັ້ງຕຳແໜ່ງງານ ໃຫ້ນາຍ ແລະ ພົນທະຫານ.ໄດ້ຈັດຂື້ນໃນວັນທີ 14 ພຶດສະພາ 2026 ນີ້, ຢູ່ທີ່ ສະໂມສອນ ກອງບັນຊາການທະຫານເມືອງເມິງ ໂດຍການເປັນປະທານຂອງ ສະຫາຍ ສີວິໄລ ສີແສນດີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີ ບັນດາຄະນະພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງພາຍໃນກົມກອງເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ພັນໂທ ມານິດ ຈັນສີ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງ ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ ສະບັບເລກທີ 1031/ກທຂ-ບກ ຕົກລົງ: ຍົກຍ້າຍ ສະຫາຍ ພັນໂທ ສີວອນ ແສງມະນີ ຮອງຫົວໜ້າການທະຫານກອງບັນຊາການ ທັງເປັນຫົວໜ້າພະແນກເສນາທິການ ທະຫານເມືອງເມິງ ໄປລໍຖ້າຮັບໜ້າທີໃໝ່ຢູ່ ຫ້ອງການເມືຶອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ແຕ່ງຕັ້ງ:ພັນຕີ ຄຳເງິນ ແຍງວະລິດ ເປັນຮັກສາການຮອງຫົວໜ້າການທະຫານ ທັງເປັນຫົວໜ້າພະແນກເສນາທິການ ກອງບັນຊາການທະຫານເມືອງເມິງ, ຮ້ອຍເອກ ວຽງໄຊ ແສງອາລຸນ ເປັນຮັກສາການຮອງຫົວໜ້າພະແນກເສນາທິການ ກອງບັນຊາການທະຫານເມືອງເມິງ.

ທ້າຍພິທີ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ປະທານພິທີໄດ້ມີຄຳເຫັນ ສະຫາຍໄດ້, ເນັ້ນໜັກຜູ້ໄດ້ຮັບໜ້າທີ່ໃໝ່ຕ້ອງເປັນເຈົ້າການໃນການປັບປຸງໜ້າທີ່ວຽກງານ, ຍົກສູງຄວາມຮັບຜິດຊອບເຊື່ອມຊຶມບັນດາມະຕິຕ່າງໆຂອງພັກຂອງລັດ, ເຝິກຝົນຫຼໍ່ຫຼອມຕົນເອງ, ຊອກຮູ້ຮໍ່າຮຽນ, ດຸໝັ່ນຂະຫຍັນພຽນ ເພິ່ງຕົນ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນແບບຢ່າງນຳໜ້າໃຫ້ມະຫາຊົນໃນທຸກຂະບວນການ, ຕ້ອງມີຄຸນທາດການເມືອງໜັກແໜ້ນ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ຍົກສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍໃຫ້ມີຜົນສໍາເລັດ, ຮັກສາໄດ້ຄວາມສາມັກຄີ ເພື່ອພ້ອມກັນປັບປຸງກໍ່ສ້າງກົມກອງ ໃຫ້ມີບາດກ້າວໃໝ່ເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ.

ຂ່າວໂດຍ: ນາງ ນີ່ ທຳມະວົງ.

ພາບ: ສຸທິແດນ ລັດຕະນະ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa