ຄະນະພັກຮາກຖານ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ສຳເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ຂອງຄະນະພັກຮາກຖານພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງບໍ່ແກ້ວ, ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 28 ເມສາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ແກ່ນຈັນ ທໍາມະແສງ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄຳແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ ຜູ້ຊີ້ນຳຂົງເຂດພັກ-ພະນັກງານຜູ້, ມີບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ, ແຂກຖືກເຊີນ ແລະ ສະມາຊິກພັກພາຍໃນຮາກຖານພັກເຂົ້າຮ່ວມ.

#ຄະນະພັກຮາກຖານພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງບໍ່ແກ້ວມີສະມາຊິກພັກ 159 ສະຫາຍ, ຍິງ 45 ສະຫາຍ, ກອງປະຊຸມໄດ້ຮັບຟັງການລາຍງານ, ໄດ້ປະກອບຄໍາຄິດເຫັນ ແລະ ເຫັນດີເປັນເອກະພາບ ຮັບຮອງເອົາ ບົດລາຍງານການເມືອງຂອງຄະນະພັກຮາກຖານ ແລະ ແຜນພັດທະນາວຽກງານກະສິກໍາ ແລະ ສິ່ງແວດລ້ອມ ໄລຍະ 5 ປີ (2026-2030) ພ້ອມທັງຮັບຮອງເອົາບົດສຳຫຼວດການນຳພາລວມຂອງຄະນະພັກຮາກຖານຊຸດເກົ່າ. ໂອກາດນີ້, ກອງປະຊຸມຍັງໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່, ເຊິ່ງກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນຮັບຮອງເອົາ

  1. ສະຫາຍ ແກ່ນຈັນ ທຳມະແສງ ເປັນເລຂາຄະນະພັກຮາກຖານ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ
  2. ສະຫາຍ ປາລະມີ ສົນບຸດຕະແສນ ເປັນຮອງເລຂາ

#ຮັບຮອງເອົາປະທານ, ຮອງປະທານກວດກາຄື:

  1. ສະຫາຍ ປາລະມີ ສົນບຸດຕະແສນ ເປັນປະທານກວດກາຄະນະພັກຮາກຖານ
  2. ສະຫາຍ ອ່ຽມສັກ ສິດທິຍາວົງ ເປັນຮອງປະທານກວດກາ
  3. ສະຫາຍ ວົງລັກ ພອນຈະເລີນ ເປັນຮອງປະທານກວດກາ

#ໃນໂອກາດດັ່ງກ່າວ: ສະຫາຍ ຄຳແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ ຜູ້ຊີ້ນຳຂົງເຂດພັກ-ພະນັກງານ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຮາກຖານຊຸດເກົ່າຕະຫຼອດໄລຍະຜ່ານ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ ຈົ່ງພ້ອມກັນເຕົ້າໂຮມຄວາມສາມັກຄີ ເປັນປຶກແຜນ, ເພີ່ມທະວີ ແລະ ເຊີດຊູບົດບາດຂອງພັກໃຫ້ສູງຂຶ້ນ ດ້ວຍການປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ, ຍົກສູງວຽກງານສຶກສາອົບຮົມການເມືອງ ແນວຄິດ ເປັນກົກ ແລະ ສອດຫ້ອຍໃນທຸກວຽກງານ ເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກ ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມບຸກບືນຫ້າວຫັນປະຕິບັດໜ້າທີ່ວຽກງານດ້ວຍຄວາມສັດຊື່ບໍລິສຸດ, ມີຄວາມເສຍສະຫຼະ ແລະ ເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ ໃນທຸກດ້ານ. ປັບປຸງແບບ ແຜນວິທີເຮັດວຽກໃຫ້ດີກວ່າເກົ່າ, ປະຕິບັດຕາມຫຼັກການລວມສູນ ປະຊາທິປະໄຕ, ປຶກສາຫາລື ຕົກລົງເປັນໝູ່ຄະນະ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ປະຕິບັດຕາມມະຕິ, ຄໍາສັງຢ່າງເຂັ້ມງວດ, ພ້ອມກັນຮັບມືກັບໜ້າທີ່ວຽກງານອັນສໍາຄັນ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີພາຍໃນຮາກຖານພັກໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ.

#ໂດຍ: ພາກ ສຸທິປັນຍາ

#ກວດແກ້: ຈ.ຈັນທະລິດ

#ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa