ໂຄງການກໍ່ສ້າງສຳນັກງານ ຂອງຫ້ອງພາລາທິການ ແລະ ຫ້ອງເຕັກນິກ ກອງບັນຊາການທະຫານແຂວງບໍ່ແກ້ວ ສໍາເລັດໄປແລ້ວ 70%

ວັນທີ 21 ເມສາ 2026 ນີ້, ສະຫາຍ ພົນຕີ ລີຊູຈຸນ ຮອງຫົວໜ້າກອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ແຂວງຢູນນານ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວສໍາຫຼວດຄວາມຄືບໜ້າຂອງໂຄງການກໍ່ສ້າງອາຄານ ຂອງຫ້ອງພາລາທິການ ແລະ ຫ້ອງເຕັກນິກ ກອງບັນຊາການທະຫານແຂວງບໍ່ແກ້ວ ທີ່ໄດ້ຮັບການຊ່ວຍຈາກກອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ແຂວງຢູນນານ ສປ ຈີນ, ໂດຍການຕ້ອນຮັບຢ່າງອົບອຸ່ນ ຂອງສະຫາຍ ພັນເອກ ແສງເພັດ ແສງມະນີ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ໄດ້ຮັບຟັງການລາຍງານການກໍ່ສ້າງໂດຍຫຍໍ້ ຈາກວິຊາການ ບໍລິສັດ ຮວຍຢີນ ກໍ່ສ້າງເຄຫາສະຖານ ຈຳກັດຜູ້ດຽວ (ຜູ້ຮັບເໝົາໂຄງການກໍ່ສ້າງ) ເຊິ່ງໂຄງການການກໍ່ສ້າງສຳນັກງານ ຂອງຫ້ອງພາລາທິການ ແລະ ຫ້ອງເຕັກນິກ ກອງບັນຊາການທະຫານແຂວງບໍ່ແກ້ວ ມີຄວາມຄືບໜ້າ 70%. ຈາກນັ້ນ, ຄະນະກວດກາ ໄດ້ເຄື່ອນກວດກາສະຖານທີ່ກໍ່ສ້າງຕາມແຕ່ລະອາຄານ ຕາມແຕ່ລະຈຸດ ຢ່າງລະອຽດ. ພາຍຫຼັງສໍາເລັດການກວດກາສະຖານທີ່ກໍ່ສ້າງ, ຄະນະກວດກາ ໄດ້ປະກອບຄໍາຄິດເຫັນ ຖອດຖອນບົດຮຽນໃສ່ບັນດາໜ້າວຽກໃນການກໍ່ສ້າງ ເພື່ອສັງລວມບາງດ້ານ, ບາງຈຸດທີ່ຍັງບໍ່ທັນລະອຽດ ແລະ ຊັດເຈນ ຫາວິທີທາງດັດປັບໃຫ້ມີຄວາມເໝາະສົມ, ລະອຽດຈົບງາມ ແລະ ມີຄຸນນະພາບ ຕາມແບບແຜນການທີ່ວາງໄວ້.

ໂດຍ: ພາກ ສຸທິປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa