ສ່ວຍສາອາກອນປະຈໍາເມືອງເມິງ ລົງຕັ້ງຈຸດບໍລິການເກັບຄ່າທໍານຽມທາງ ປະຈໍາປີ 2026

 

ໃນອາທິດທີຜ່ານມານີ້ ຫ້ອງການ-ການເງິນ ກໍ່ຄືໜ່ວຍງານສ່ວຍສາອາກອນປະຈໍາເມືອງເມິງ ແຂວງບໍ່ແກ້ວ ໄດ້ລົງຕັ້ງຈຸດບໍລິການເກັບຄ່າທໍານຽມທາງ ປະຈໍາປີ 2026 ຢູ່ທີ່ສາມແຍກຫ້ອງການສາທາລະ ນະສຸກເມືອງ ເຊິ່ງນໍາໂດຍ ທ່ານ ສີວິໄລ ໄຊຍະສອນ ຫົວໜ້າໜ່ວຍງານສ່ວຍສາອາກອນປະຈໍາເມືອງ ພ້ອດ້ວຍຄະນະທີມງານເຂົ້າຮ່ວມ.

ໂດຍປະຕິບັດຕາມຄໍາແນະນໍາຈັດຕັ້ງປະຕິບັດລັດຖະບັນຍັດ ວ່າດ້ວຍຄ່າທໍານຽມທາງ ສະບັບເລກທີ 3455/ກງ, ລົງວັນທີ 10 ຕຸລາ 2017 ແລະ ແຈ້ງການຂອງຫ້ອງວ່າການເມືອງເມິງ ສະບັບເລກທີ 12/ຫວມ.ມມ ລົງວັນທີ 13 ມັງກອນ 2026 ທັງນີ້ກໍ່ເພຶ່ອເຮັດໃຫ້ການເສຍຄ່າທໍານຽມທາງ ປະຈໍາປີ 2026 ໄດ້ຈັດຕັ້ງປະຕິບັດຕາມກໍານົດເວລາ ແລະ ມີຄວາມເປັນເອກະ ພາບກັນໃນທົ່ວເມືອງ, ໄລຍະເວລາຂອງການເສຍຄ່າທໍານຽມທາງ ແມ່ນເລີ່ມແຕ່ເດືອນມັງກອນເປັນຕົ້ນມາ ແລະ ຈະສິ້ນສຸດໃນເດືອນມີນາ ດັ່ງນັ້ນຄະນະຮັບຜິດຊອບ ກໍ່ຄືສ່ວຍສາອາກອນປະຈໍາເມືອງ ໄດ້ລົງຈັດຕັ້ງປະຕິບັດຕົວຈິ່ງເກັບຄ່າທໍານຽມລົດຈັກ-ລົດໃຫຍ່ ນອກຈາກນີ້ຍັງສາມາດເສຍຄ່າທໍານຽມທາງໄດ້ດ້ວຍຕົນເອງໂດຍຜ່ານທະນາຄານການຄ້າຕ່າງໆປະເທດລາວມະຫາຊົນ, ທະນາຄານຮ່ວມພັດທະນາຈໍາກັດ, ທະນາຄານພັດທະນາລາວ ແລະ ທະນາຄານອື່ນໆ.

ໜ່ວຍງານສ່ວຍສາອາກອນປະຈໍາເມືອງຍັງໄດ້ຮຽກຮ້ອງມາຍັງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີເປັນເຈົ້າຂອງ ຫຼື ນໍາໃຊ້ຍານພາຫະນະ ຖ້າຍັງບໍ່ທັນໄດ້ເສຍຄ່າທໍານຽມທາງແມ່ນໃຫ້ຮີບຮ້ອນມາເສຍຄ່າທໍານຽມທາງຕາມກໍານົດເວລາ ຖ້າກາຍກໍານົດເວລາແມ່ນຈະຖືກປັບໃໝ່ຕາມແຕ່ລະກໍລະນີ ທີ່ໄດ້ກໍານົດໄວ້ໃນຄໍາສັ່ງແນະນໍາ ຂອງກະຊວງການເງິນ ກ່ຽວກັບການຈັດຕັ້ງປະຕິບັດ ລັດຖະບັນຍັດ ວ່າດ້ວຍຄ່າທໍານຽມທາງ ສະບັບເລກທີ 3455/ກງ ແລະ ໃຫ້ເຈົ້າໜ້າທີ່ຈາລະຈອນ ຊ່ວຍຊຸກຍູ້, ຕິຕາມ, ກວດກາ ແລະ ສະກັດກັ້ນການຫຼົບຫຼິກ ໃນການເສຍຄ່າທໍານຽມທາງ ເພຶ່ອເຮັດວຽກງານດັ່ງກ່າວ ມີຄວາມໂປງໃສ ແລະ ຮັບປະກັນການເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງ, ຄົບຖ້ວນ ຕາມລະບຽບການ.

ຂ່າວ: ອຸ່ນຄໍາ ຂັນວາລິດ

ແອດມິນ: ທມອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa