ສະຖາບັນການເມືອງການ ແລະ ປົກຄອງແຫ່ງຊາດ ລົງເກັບເກັບກຳຂໍ້ມູນ ແຂວງບໍ່ແກ້ວ ເພື່ອປັບປຸງຫຼັກສູດທິດສະດີການເມືອງການ ແລະ ປົກຄອງແຕ່ລະຂັ້ນໃນຕໍ່ໜ້າ.

ໃນວັນທີ 12 ມີນາ 2026 ນີ້ ທ່ານ ປອ ສາຍຄຳ ມູນມະນີວົງ ຫົວໜ້າຄະນະປັດຊະຍາ ສະຖາບັນການເມືອງການ ແລະ ປົກຄອງແຫ່ງຊາດ ພ້ອມຄະນະ ໄດ້ເຄື່ອນຊາດ ລົງເກັບເກັບກຳຂໍ້ມູນການຈັດຕັ້ງປະຕິບັດວຽກງານໂຮງຮຽນການເມືອງ-ການປົກຄອງ ແຂວງບໍ່ແກ້ວ ເພື່ອເປັນຂໍ້ມູນໃນການປັບປຸງຫຼັກສູດທິດສະດີການເມືອງການ ແລະ ປົກຄອງແຕ່ລະຂັ້ນໃນຕໍ່ໜ້າ, ໂດຍມີຄະນະໂຮງຮຽນການເມືອງ-ການປົກຄອງ ແຂວງ, ຄູອາຈານ ແລະ ວິຊາການເຂົ້າຮ່ວມ.

ທ່ານ  ປອ ນາງ ຄຳພູທອງ ວິຈິດລາສີ ຫົວໜ້າ ໂຮງຮຽນການເມືອງ-ການປົກຄອງ ແຂວງບໍ່ແກ້ວ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໂຮງຮຽນການເມືອງ-ການປົກຄອງ ແຂວງເປັນຕົ້ນແມ່ນດ້ານບຸກຄາລາກອນ, ກ້ານພື້ນຖານໂຄງລ່າງ, ການບໍລິຫານດ້ານຕ່າງໆ, ການຮຽນ-ການສອນ, ການຈັດຕັ້ງປະຕິບັດຫຼັກສູດທິດສະດີການເມືອງການ ແລະ ປົກຄອງໃນປະຈຸບັດ ແລະ ບັນດາປະຕິບັດນະໂຍບາຍ, ພ້ອມທັງດ້ານດີ,ດ້ານອ່ອນໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໃຫ້ຄະນະທີມງານສະຖາບັນການເມືອງການ ແລະ ປົກຄອງແຫ່ງຊາດຮັບຊາບ, ເປັນການແລກປ່ຽນ ບົດຮຽນເຊີ່ງກັນ ແລະ ກັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໃນຕໍ່ໜ້າໄດ້ຮັບຜົນດີ ແລະ ມີປະສິດທິພາບສູງຂື້ນກວ່າເກົ່າ.

ໂອ້ກາດນີ້ ທ່ານ ປອ ສາຍຄຳ ມູນມະນີວົງ ຫົວໜ້າຄະນະປັດຊະຍາ ສະຖາບັນການເມືອງການ ແລະ ປົກຄອງແຫ່ງຊາດ ໄດ້ສະແດງຄວາມຂອບໃຈໃນການສະໜອງຂໍ້ມູນດ້ານຕ່າງໃຫ້ແກ່ທີມງານຢ່າງມີຄວາມລະອຽດທີ່ຖ້ວນ ແລະ ຈະນຳເອົາຂໍ້ມູນດັ່ງກ່າວນຳສະເໜີໃຫ້ຄະນະນຳຂັ້ນສູນກາງ ເພື່ອເປັນບ່ອນອິງໃຫ້ແກ່ການປັບປຸງຫຼັກສູດທິດສະດີການເມືອງການ ແລະ ປົກຄອງແຕ່ລະຂັ້ນ ໂດຍສະເພາະ ຈາກ 9 ເດືອນມາເປັນ 6 ເດືອນ, 6 ເດືອນ ມານເປັນ 4 ເດືອນ ແລະ ຈາກ 3 ເດືອນມາເປັນ 2 ເດືອນ, ໃຫ້ມີຄວາມຖືກຕ້ອງສອງຄ່ອງຕາມສະພາບຕົວຈິງໃນໄລຍະໃໝ່.

ຂ່າວ: ສາຍສະໝອນ ແກ້ວວິສິດ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa