ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວເຮັດວຽກ ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ.

ວັນທີ 18 ກຸມພາ 2026 ນີ້, ສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ເຄື່ອນໄຫວເຮັດວຽກ ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ ໂດຍການຕ້ອນຮັບ ຂອງສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະ, ມີບັນດາ ພະແນກການ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ການເຄື່ອນໄຫວໃນຄັ້ງນີ້, ໄດ້ຮັບຟັງການລາຍງານກ່ຽວກັບວຽກງານຄຸ້ມຄອງຮັບປະກັນເຕັກນິກການທະຫານ ດ້ານການປະກອບພາຫະນະອາວຸດ-ຍຸດໂທປະກອນ ເຊິ່ງໄດ້ຍົກເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການນຳໃຊ້ ແລະ ການຄຸ້ມຄອງບົວລະບັດປົກປັກຮັກສາວຽກງານດັ່ງກ່າວໃນໄລຍະຜ່ານມາ. ຈາກນັ້ນ, ໄດ້ປຶກສາຫາລື ແລະ ປະກອບຄໍາຄິດເຫັນ ເພື່ອຊອກວິທີການແກ້ໄຂໃຫ້ຖືກຕ້ອງຕາມທິດຊີ້ນຳ ຂອງກະຊວງປ້ອງກັນປະເທດ ເພື່ອນຳໄປປັບປຸງໄຂແກ້ໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ.

ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ ໄດ້ເນັ້ນໜັກໃຫ້ຜູ້ທີ່ເຮັດວຽກງານວິຊາສະເພາະເຕັກນິກ ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ວິຊາການເຕັກນິກເປັນປົກກະຕິ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບໜ້າວຽກງານຕົວຈິງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບໃນໝູ່ຄະນະ ໃຫ້ເປັນປຶກແຜ່ນແໜ້ນໜາ, ສືບຕໍ່ປົກປັກຮັກສາ, ບົວລະບັດຜັດເຊັດພາຫະນະເຕັກນິກ, ອາວຸດ-ຍຸດໂທປະກອນເຕັກນິກໃຫ້ເປັນປະຈຳ ເພື່ອຮັບປະກັນໃຫ້ແກ່ກອງທັບ ໃນການກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ ແນໃສ່ເຮັດສຳເລັດໜ້າທີ່ການເມືອງຕາມການມອບໝາຍຂອງຂັ້ນເທິງ.

 

ໂດຍ: ພາກ ສຸທິປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa