“ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເພດຍິງ ແຂວງບໍ່ແກ້ວ ຮ່ວມກອງປະຊຸມສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ຮັບສະໝັກເລືອກຕັ້ງ “

 

 

📆🗳️🇱🇦 ໃນລະຫວ່າງວັນທີ 2-3 ກຸມພາ 2026 ທີ່ ເມືອງວັງວຽງ ແຂວງວຽງຈັນ, ຄະນະສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ IX ໄດ້ຈັດກອງປະຊຸມເຝິກອົມຮົມໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ທີ່ເປັນເພດຍິງ  ຈາກ 10 ແຂວງ ຄື: ນະຄອນຫຼວງວຽງຈັນ, ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ຫົວພັນ, ວຽງຈັນ ແລະ ໄຊສົມບູນ ລວມ 200 ກວ່າທ່ານ. ໃນນີ້, ເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ເຂົ້າຮ່ວມ 9 ທ່ານ ສະມາຊິກສະພາແຫ່ງຊາດ 2 ທ່ານ, ສະມາຊິກສະພາປະຊາຊົນແຂວງ  7 ທ່ານ.

🗳️🇱🇦 ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ມີຄຳເຫັນວ່າ: ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ເພື່ອ

  1. ຍົກລະດັບຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຂອງ ສປປລາວ, ຄວາມໝາຍ, ຄວາມສຳຄັນ;
  2. ຈຸດປະສົງລະດັບຄາດໝາຍຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V;
  3. ສ້າງຄວາມເຂັ້ມແຂງດ້ານທັກສະການໂຄສະນາຫາສຽງ ໃຫ້ແກ່ຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາທີ່ເປັນເພດຍິງ;
  4. ສ້າງຄວາມຮູ້ພື້ນຖານກ່ຽວກັບມາລະຍາດທາງສັງຄົມ, ທັກສະການເວົ້າ, ພາສາກາຍ, ມາລະຍາດ ແລະ ການນຸ່ງຖື ໃນການລົງພົບປະປະຊາຊົນຜູ້ມີສິດເລືອກຕັ້ງ;
  5. ວິທີສ້າງຄວາມໝັ້ນໃຈໃນການໃຫ້ສຳພາດຕໍ່ສື່ມວນຊົນ.

🇱🇦🗳️ ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມໄດ້ທົດລອງໃນການປະຕິບັດຕົວຈິງ ເພື່ອສ້າງຄວາມໝັ້ນໃຈ ແລະ ເປັນຄວາມຮູ້ພື້ນຖານໃຫ້ຜູ້ສະໝັກຮັບເລືອກຕັ້ງມີຄວາມພ້ອມໃນການລົງສູ່ສະໜາມເລືອກຕັ້ງທີ່ໃກ້ຈະມາເຖິງນີ້.

🗳️📊 ກອງປະຊຸມໄດ້ຮັບຟັງທິດຊີ້ນຳຈາກທ່ານ ປອ. ນາງ ສູນທອນ ໄຊຍະຈັກ ກ່ຽວກັບວຽກງານເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໂດຍສະເພາະແມ່ນໄດ້ເຜີຍແຜ່ເນື້ອໃນມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ສະບັບເລກທີ 16/ຄລຊ, ລົງວັນທີ 12 ມັງກອນ 2026 ກ່ຽວກັບການໂຄສະນາ, ພົບປະປະຊາຊົນຜູ້ມີສິດເລືອກຕັ້ງ ຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V.

🇱🇦🗳️🗳️🇱🇦 ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນຂອງການເລືອກຕັ້ງ ກໍຄືການປະກອບສ່ວນຂອງເອື້ອຍນ້ອງແມ່ຍິງໃນເວທີການເມືອງ ພ້ອມທັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ເຝິກປະຕິບັດຕົວຈິງ ໃຫ້ສາມາດນຳເອົາບົດຮຽນຈາກກອງປະຊຸມເຝິກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນການລົງສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ແນໃສ່ເຮັດໃຫ້ການເລືອກຕັ້ງຄັ້ງນີ້ ສາມາດເລືອກໄດ້ ສສຊ ແລະ ສສຂ ເພດຍິງ ບັນລຸ 30% ຂຶ້ນໄປ ຕາມລະດັບຄາດໝາຍທີ່ວາງໄວ້.

#ແຫຼ່ງຂ່າວ: ສະພາປະຊາຊົນແຂວງບໍ່ແກ້ວ

#ຈ.ຈັນທະລິດ

#ສສຊຊຸດທີx

#ສສຂຊຸດທີv

#ໜັງສືພິມບໍ່ແກ້ວBokeoNewspeper

#ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ

ແອດມິນ:ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa