ໃນວັນທີ 22 ເມສາ 2026 ນີ້ ແຂວງບໍ່ແກ້ວ ຈັດຕັ້ງການເຜີຍແຜ່,ເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ມະຕິ VII ຂອງອົງຄະນະພັກແຂວງບໍ່ແກ້ວ ຂື້ນທີ່ຫໍວັດທະນະທຳແຂວງບໍ່ແກ້ວ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແປັນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍ່ແກ້ວ, ມີບັນດາຮອງເລຂາພັກແຂວງ,ຄະນະປະຈະພັກແຂວງ, ກຳມະການພັກແຂວງ,ຫົວໜ້າ,ຮອງຫົວໜ້າພະແນກການ, ຄະນະນຳ 5 ເມືອງ, ຄະນະຮັບຜິດຊອບ ແລະ ພະນັກງານຂົງເຂດ ປກຊ, ປກສ,ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ກອງປະຊຸມ ໄດ້ເຜີຍແຜ່ເຊື່ອມຊຶມຫຼາຍເອກະສານ ເປັນຕົ້ນແມ່ນ ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງບໍ່ແກ້ວ,ການກຳນົດໜ້າທີ່, ຂອບເຂດສິດ, ແບບແຜນວິທີເຮັດວຽກຂອງຄະນະບໍລະຫານງານພັກແຂວງບໍ່ແກ້ວ, ແຜນດຳເນີນງານ, ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ,ການແບ່ງຄວາມຮັບຜິດຊອບຂອງຄະນະບໍລະຫານງານພັກແຂວງບໍ່ແກ້ວ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ V ສະໄໝທີ 10 ແລະ ເອກະສານສຳຄຳອີຈຳນວນໜຶ່ງ. ທັງໝົດນັ້ນກໍ່ເພື່ອແນໃສ່ສ້າງຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ເນື້ອໃນຈິດໃຈສຳຄັນຂອງແນວທາງການເມືອງ ແລະ ແນວທາງການຈັດຕັ້ງທີ່ໄດ້ກຳນົດອອກຢ່າງເປັນລະບົບແຕ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ເປັນການເຊື່ອມຊຶມກຳ ແໜ້ນເນື້ອໃນທີ່ຈະໄດ້ເອົາມານຳພາ-ຊີ້ນຳ ແລະ ປະຕິບັດຕົວຈິງໃນແຕ່ລະຂົງເຂດວຽກງານ, ເພື່ອໃຫ້ພະນັກງານແຕ່ລະຂັ້ນໄດ້ຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບສູງ, ມີຄວາມຕັດສິນໃຈອັນເດັດດ່ຽວ, ກ້າຫານ, ປະດິດສ້າງເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິດັ່ງກ່າວໃຫ້ເຂົ້າສູ່ລວງເລິກ ແລະ ຫັນເອົາເນື້ອໃນຈິດໃຈ ມະຕິດັ່ງກ່າວ ມາສ້າງເປັນແຜນດຳເນີນງານ, ແຜນປະຕິບັດງານລະອຽດ, ກຳນົດໜ້າວຽກ, ແຜນຄົນ, ແຜນເງິນ, ຄວາມຮັບຜິດຊອບ, ກຳນົດເວລາອັນຊັດເຈນ, ແທດເໝາະກັບສະພາບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດຢ່າງເປັນຮູບປະທຳ.

















ພາບ-ຂ່າວ: ສາຍສະໝອນ ແກ້ວວິສິດ
ແອດມິນ: ທອງຈັນ ວົງປັນຍາ



