









ໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2026 ນິ້. ອົງການໄອຍະການປະຊາຊົນແຂວງບໍ່ແກ້ວ.ໄດ້ປາຖະກະຖາ 06 ວັນສໍາຄັນຂອງຊາດ, ຂອງພັກ ແລະ ຂອງສາກົນໂດຍການເຜີຍແຜ່ເອກກະສານຂອງສະຫາຍ ວົງເພັດ ນິດສະຫວັດ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງບໍ່ແກ້ວ.ມີບັນດາພະນັກງານສະມາຊິກພັກ-ພະນັກງານ ລັດຖະກອນ ເຂົ້າຮ່ວມທັງໝົດ 19 ສະຫາຍ (ຍິງ 08 ສະຫາຍ).
ເອກກະສານທີ່ນໍາມາປາຖະກະຖາລວມມີ ວັນເກີດທ່ານ ກາກມາກ (Karl Marx) 208 ປີ, ວັນໄຊຊະນະບັ້ນຮົບດຽນບຽນຟູ 72 ປີ, ວັນໄຊຊະນະຂອງສະຫະພາບໂຊວຽດເໜືອຟາດຊິດເຢຍລະມັນ ໃນສົງຄາມໂລກຄັ້ງທີ II 81 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ II ວິລະຊົນທົ່ງໄຫຫີນ ຊຽງຂວາງ 67 ປີ, ວັນຄ້າຍວັນເກີດທ່ານ ໂຮ່ຈີມິນ 136 ປີ, ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງຜູ້ນໍາພັກ ແລະ ແນວລາວຮັກຊາດ 66 ປີ,ການຈັດຕັ້ງປາຖະກະຖາຄັ້ງນິ້. ເພື່ອໂຄສະນາສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານ-ລັດຖະກອນໄດ້:ຮັບຮູ້ ແລະ ເຂົ້າໃຈເຖິງປະຫວັດຄວາມເປັນມາຂອງເພິ່ນຜູ້ນຳ ທ່ານ ກາກມາກ ແລະ ທ່ານ ໂຮ່ຈີມິນ.ຮຽນຮູ້ກ່ຽວກັບການຕໍ່ສູ້ ແລະ ໄຊຊະນະຂອງສະຫະພາບໂຊວຽດ ເໜືອຟາດຊິດເຢຍລະມັນ ແລະ ບັ້ນຮົບດຽນບຽນຟູ.ລະນຶກເຖິງວິລະກໍາການຕໍ່ສູ້ຜ່າວົງປິດລ້ອມຂອງກອງພັນທີ 2 ທີ່ທົ່ງໄຫຫີນ ຊຽງຂວາງ ແລະ ການໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາພັກ-ລັດຂອງລາວໃນອະດີດ.
ຂ່າວ: ອົງການໄອຍະການປະຊາຊົນແຂວງ



