ອົງການກວດສອບແຫ່ງລັດ ເຄັ່ງຄັດຊຸກຍູ້ 12 ພາກສ່ວນ ເລັ່ງແກ້ໄຂຂໍ້ຄົງຄ້າງງົບປະມານ ປີ 2024 ຂອງແຂວງບໍ່ແກ້ວ.

ໃນວັນທີ 27 ພຶດສະພາ 2026ນີ້ ອົງການກວດສອບແຫ່ງລັດປະຈຳພາກເໜືອ 2 ໄດ້ເປີດກອງປະຊຸມຕິດຕາມ ແລະ ຊຸກຍູ້ການແກ້ໄຂຜົນການກວດສອບ ປະຈຳປີ 2024 ຂອງແຂວງບໍ່ແກ້ວ ທີ່ຫ້ອງວ່າການແຂວງ. ເປົ້າໝາຍຫຼັກແມ່ນເພື່ອປຶກສາຫາລື ແລະ ຊອກຫາທາງອອກໃຫ້ແກ່ບັນຫາທີ່ຍັງຄົງຄ້າງ ໃຫ້ສອດຄ່ອງຕາມກົດໝາຍ ແລະ ສຳເລັດທັນກຳນົດເວລາ.

ກອງປະຊຸມຄັ້ງນີ້ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ສົມຄິດ ວົງປັນຍາ ປະທານກວດກາພັກ-ລັດ ແຂວງບໍ່ແກ້ວ ແລະ ທ່ານ ອິນທາ ລືນາມມະຈັກ ປະທານອົງການກວດສອບແຫ່ງລັດປະຈຳພາກເໜືອ 2 ພ້ອມດ້ວຍຄະນະທີມງານ ແລະ ຜູ້ຕາງໜ້າຈາກ 12 ພາກສ່ວນທີ່ກ່ຽວຂ້ອງ.

ກອງປະຊຸມໄດ້ທົບທວນຄືນການແກ້ໄຂຜົນການກວດສອບ ຕາມມະຕິສະພາກຳນົດໄວ້ (ມະຕິສະພາແຫ່ງຊາດ ເລກທີ 173/ສພຊ ແລະ ມະຕິສະພາປະຊາຊົນແຂວງ ເລກທີ 32/ສພຂ). ເຊິ່ງມີຕົວເລກງົບປະມານ ແລະ ວຽກງານສໍາຄັນທີ່ຍັງຄົງຄ້າງ ດັ່ງນີ້: ໜີ້ຕ້ອງຮັບທັງໝົດ 10.74 ຕື້ກີບ, ໜີ້ຕ້ອງຮັບຈາກການຈ່າຍລ່ວງໜ້າ ຜ່ານລະບົບຄັງເງິນປະຈໍາ 4.08 ຕື້ກີບແຂວງ, ໜີ້ຕ້ອງຮັບຈາກການຈ່າຍລ່ວງໜ້າ ຜ່ານລະບົບຄັງເງິນປະຈໍາແຂວງ 4.08 ຕື້ກີບ, ວຽກງານສ່ວຍສາອາກອນ 1.95 ຕື້ກີບ, ວຽກງານຊັບສິນແຫ່ງລັດມີຄ່າເຊົ່າຊັບພະຍາກອນແຮ່-ຊາຍ ຍັງບໍ່ທັນເກັບໄດ້ຈຳນວນມູນຄາ 0.57 ຕື້ກີບ, ລັດວິສາຫະກິດນໍ້າປະປາ (ໜີ້ຕ້ອງຮັບອື່ນໆ) 0.72 ຕື້ກີບ ແລະ ການຈັດເກັບລາຍຮັບຄ່າແບບພິມ (10,000 ກີບ/ກົງເຕີ/ເດືອນ) 1.03 ຕື້ກີບ, ການປະຕິບັດເງິນນະໂຍບາຍພະນັກງານສັນຍາຈ້າງ (ລາຍຮັບວິຊາການ ໂຮງໝໍແຂວງ) 1.09 ຕື້ກີບ, ເງິນບ້ວງບູລະນະໜ້າທີ່ 0.78 ຕື້ກີບ ແລະ ເງິນຄໍ້າປະກັນສັນຍາສຳປະທານທີ່ດິນຂອງລັດ ແລະ MOU: ຍັງຄົງຄ້າງຈາກ 09 ໂຄງການ, ການຄຸ້ມຄອງໂຄງການ: ຍັງບໍ່ທັນມອບຄ່າເຊົ່າ-ສຳປະທານ ຈຳນວນ 03 ໂຄງການ, ບັນຫາທັງໝົດຂ້າງເທິງນັ້ນ ແມ່ນຢູ່ໃນຄວາມຮັບຜິດຊອບຂອງ 13 ພາກສ່ວນຫຼັກ ພາຍໃນແຂວງບໍ່ແກ້ວ ຄື: ພະແນກການເງິນແຂວງ, ສ່ວຍສາອາກອນປະຈໍາແຂວງ, ຄັງເງິນປະຈໍາແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກກະສິກໍາ ແລະ ສິ່ງແວດລ້ອມ, ພະແນກອຸດສາຫະກໍາ ແລະ ການຄ້າ, ພາສີປະຈໍາແຂວງ, ພະແນກສາທາລະນະສຸກ ແລະ ໂຮງໝໍແຂວງ, ພະແນກຍຸຕິທໍາແຂວງ, ຫ້ອງວ່າການແຂວງ, ພະແນກເຕັກໂນໂລຊີ ແລະ ການສື່ສານ, ຫ້ອງການຄະນະກໍາມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນຂອງແຂວງ

ຈາກການລາຍງານ ແລະ ຊີ້ແຈ້ງຂອງແຕ່ລະພາກສ່ວນ, ພົບວ່າ ສ່ວນຫຼາຍແມ່ນຍັງບໍ່ສາມາດແກ້ໄຂໄດ້ຢ່າງຂາດຕົວ ຍ້ອນມີຫຼາຍອຸປະສັກ ເປັນຕົ້ນແມ່ນ: ຜູ້ດຳເນີນທຸລະກິດຂາດສະພາບຄ່ອງ ຫຼື ບໍ່ມີຄວາມສາມາດໃນການຊຳລະ., ບາງບໍລິສັດເອກະຊົນ ບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່,  ບາງໜີ້ສິນຕົກຄ້າງມາໂດນ ແລະ ບໍ່ມີຜູ້ຮັບຜິດຊອບໂດຍກົງ.

ກອງປະຊຸມຄັ້ງນີ້ ຈຶ່ງເປັນບາດກ້າວສຳຄັນໃນການຮຽກຮ້ອງໃຫ້ທຸກພາກສ່ວນ ເພີ່ມທະວີຄວາມຮັບຜິດຊອບ ແລະ ຊອກຫາວິທີການທີ່ເດັດຂາດກວ່າເກົ່າ ເພື່ອເຄື່ອນໄຫວທວງໜີ້ ແລະ ປັບປຸງລະບຽບການຕ່າງໆໃຫ້ໂປ່ງໃສໂດຍໄວ.

ຂ່າວ: ສາຍສະໝອນ ແກ້ວວິສິດ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa