











ວັນທີ 26 ພຶດສະພານີ້, ເມືອງຫ້ວຍຊາຍແຂວງບໍ່ແກ້ວ ໄດ້ຈັດພິທີເປີດຫົວບົດການສອບເສັງຈົບຊັ້ນປະຖົມສຶກສາ ປໍ 5 ທົ່ວເມືອງ ປະຈໍາສົກຮຽນ 2025-2026 ຂຶ້ນຢ່າງເປັນທາງການຢູ່ທີ່ໂຮງຮຽນປະຖົມສົມບູນ ດຣີມ ໂດຍການເປັນປະທານເປີດຫົວບົດສອບເສັງ ຂອງ ທ່ານ ທິບພະກອນ ມະນີຄໍາ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ຜູ້ຊີ້ນໍາຂົງເຂດວັດທະນະທໍາສັງຄົມ, ປະທານການສອບເສັງຂັ້ນເມືອງ, ທ່ານ ນາງ ມະນີພອນ ສູນວິໄລ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຫ້ວຍຊາຍ, ມີບັນດາຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ, ຕະຫຼອດຮອດນ້ອງນ້ອຍນັກຮຽນເຂົ້າຮ່ວມ.
ການເປີດບັ້ນສອບເສັງຈົບຊັ້ນປະຖົມສຶກສາ ປໍ 5 ປະຈໍາ ສົກຮຽນ 2025 -2026 ໃນຄັ້ງນີ້, ທົ່ວເມືອງມີໂຮງຮຽນຊັ້ນປະຖົມທັງໝົດ 69 ແຫ່ງ, ໃນນີ້ມີໂຮງຮຽນປະຖົມສົມບູນ 62 ແຫ່ງ, ໂຮງຮຽນມູນລະປະຖົມ 7 ແຫ່ງ, ເອກະຊົນມີ 10 ແຫ່ງ, ມີນັກຮຽນຊັ້ນປະຖົມ ປໍ5 ເຂົ້າສອບເສັງທັງໝົດ 1675 ຄົນ, ຍິງ 873 ຄົນ, ໃນນີ້ມີສູນສອບເສັງທັງໝົດ 27 ສູນ, ມີ 94 ຫ້ອງສອບເສັງ, ເພື່ອເຮັດໃຫ້ການສອບເສັງຈົບຊັ້ນປະຖົມສຶກສາຄັ້ງນີ້ ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວເມືອງຫ້ວຍຊາຍ, ຫ້ອງການສຶກສາທິການ ແລະ ກິລາ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຂັ້ນເມືອງລົງປະຈໍາຢູ່ແຕ່ລະສູນຈໍານວນ 27 ທ່ານ, ຍິງ 6 ທ່ານ, ສູນສອບເສັງ, ນ້ຳຍອນ, ປາກງາວ, ນ້ຳແສນ, ມ່ວງແກ້ວ, ແກ້ວດາລາ1, ດຣີມ, ມະນີບໍ່ແກ້ວ, ປາກຮາວເໜືອ, ດ່ານຖິ່ນ, ຫ້ວຍຊາຍນ້ອຍ, ນ້ຳປຸກ, ຫ້ວຍໄຄ້, ນ້ຳສະໝອກ, ນ້ຳຫໍ້, ຫ້ວຍສາລາ, ນ້ຳຈ້າງ, ພູຫວານເໜືອ, ນ້ຳແພດ, ນ້ຳມ້າ, ພິມົນສິນ, ດອນໃຈ, ບ້ານຕູບ, ປາງສະລາວ, ລະໂກນ, ນ້ຳຈ້ວມ, ນ້ຳປອງ, ຈອມສີ ປະກອບມີ 4 ວິຊາສອບເສັງຄື: 1 ວິຊາພາສາລາວ ( ຫັດແຕ່ງ ), 2 ວິຊາພາສາລາວ( ຂຽນທວາຍ ) 3 ວິຊາຄະນິດສາດ ແລະ ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ, ຈະໃຊ້ເວລາວິຊາລະ ( 90 ນາທີ ) ການສອບເສັງຈົບຊັ້ນປະຖົມສຶກສາຄັ້ງນີ້ຈະດໍາເນີນເປັນເວລາ 2 ວັນຈຶງສໍາເລັດ.
ພ້ອມດຽວກັນນັ້ນ ປະທານໄດ້ພ້ອມກັນຕັດຊອງເປີດຫົວບົດການສອບເສັງຈົບຊັ້ນປະຖົມສຶກສາ ປໍ 5 ປະຈຳສົກຮຽນ 2025 -2026 ຢ່າງເປັນທາງການ. ໂອກາດນີ້, ຍັງໄດ້ລົງຊຸກຍູ້ຕິດຕາມເບີ່ງຄວາມເປັນລະບຽບຮຽບຮ້ອຍໃນການສອບເສັງຢູ່ແຕ່ລະສູນສອບນໍາອີກ.
ຂ່າວ: ບຸນຈັນ ບຸນປັນຍາ.



