ສະຫະພັນກຳມະບານແຂວງບໍ່ແກ້ວ ຈັດຕັ້ງການເຜີຍແຜ່ເອກະສານສຳຄັນຂອງພັກ-ລັດ ໃຫ້ແກ່ພະນັກງານລັດຖະກອນ.

ໃນວັນທີ 25 ພຶດສະພາ 2026, ສະຫະພັນກຳມະບານແຂວງບໍ່ແກ້ວ ໄດ້ຈັດຕັ້ງການເຜີຍແຜ່ເອກະສານສຳຄັນຕ່າງໆຂອງພັກ ແລະ ລັດຖະບານ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງໃຫ້ແກ່ພະນັກງານພາຍໃນ.ມີບັນດາຄະນະສະຫະພັນກຳມະບານແຂວງ, ພະນັກງານ, ສະມາຊິກພັກ ແລະ ພະນັກງານລັດຖະກອນພາຍໃນເຂົ້າຮ່ວມ

ສະຫາຍ ແກ້ວລາ ນໍລະສິງ ປະທານສະຫະພັນກຳມະບານແຂວງ.ໄດ້ເຜີຍແຜ່ເອກກະສານ  ວັນແຫ່ງຄວາມເປັນອະມະຕະຂອງກອງທັບປະຊາຊົນລາວ, ເຊິ່ງແມ່ນ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ຢູ່ທົ່ງໄຫຫີນ ແຂວງຊຽງຂວາງ.ຄົບຮອບ 67 ປີ (18 ພຶດສະພາ 1959 –18 ພຶດສະພາ 2026) ແມ່ນໄຊຊະນະຂອງຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ແລະ ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ. ເຫດການນີ້ໄດ້ກາຍເປັນຂີດໝາຍແຫ່ງການຫັນທິດການຕໍ່ສູ້ ຈາກການຕໍ່ສູ້ທາງດ້ານການເມືອງ ໄປສູ່ການຕໍ່ສູ້ດ້ວຍອາວຸດ ປະສານກັບການຕໍ່ສູ້ທາງດ້ານການເມືອງຢ່າງເຕັມຮູບແບບ. ວິລະກຳນີ້ສອນໃຫ້ພວກເຮົາຮູ້ວ່າ ດ້ວຍສະຕິປັນຍາ ແລະ ນ້ຳໃຈສູ້ຮົບທີ່ເດັດດ່ຽວ, ກຳລັງທີ່ນ້ອຍກວ່າກໍສາມາດຊະນະກຳລັງທີ່ໃຫຍ່ກວ່າໄດ້ ແລະ ເອກກະສານວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ອອກຈາກຄຸກໂພນຕ້ອງ ທີ່ນະຄອນຫຼວງວຽງຈັນ. ຄົບຮອບ 66 ປີ (24 ພຶດສະພາ 1960 – 24 ພຶດສະພາ 2026) ໃນຄືນວັນທີ 23 ຫາເຊົ້າວັນທີ 24 ພຶດສະພາ 1960, ດ້ວຍຄວາມສະຫຼາດສ່ອງໃສ ແລະ ການວາງແຜນທີ່ຮັດກຸມ, ບັນດາຜູ້ນຳພ້ອມດ້ວຍສານວັດທີ່ຕື່ນຕົວຈຳນວນ 9 ຄົນ ໄດ້ພາກັນໂຕນອອກຈາກຄຸກຢ່າງປອດໄພ. ເປັນບົດຮຽນອັນລ້ຳຄ່າໃນການຂົນຂວາຍກຳລັງປະຕິວັດ ແລະ ການຜ່ານຜ່າອຸປະສັກທີ່ຫຍຸ້ງຍາກທີ່ສຸດ.ວິລະກຳ 24 ພຶດສະພາ ຍັງຄົງເປັນແປວໄຟເຍືອງທາງໃຫ້ແກ່ຄົນລຸ້ນຫຼັງ ໃນການຮັກສາ ແລະ ພັດທະນາປະເທດຊາດ ໃຫ້ສົມກັບຄວາມເສຍສະຫຼະຂອງບັນດາຜູ້ນຳອາວຸໂສທີ່ເຄົາລົບຮັກ.

ສະຫາຍ ສົມພອນ ໄຊວິທູນ ຮອງປະທານສະຫະພັນກຳມະບານແຂວງ ເຜີຍແຜ່ ເອກກະສານວັນກຳເນີດຂອງ ປະທານ ໂຮຈີ່ມິນ,ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ແລະ ເປັນເພື່ອນມິດທີ່ສະນິດສະໜົມທີ່ສຸດຂອງປະຊາຊົນລາວ.ຄົບຮອບ 136 ປີ (19 ພຶດສະພາ 1890 -19 ພຶດສະພາ 2026) ທ່ານເປັນຜູ້ສ້າງຕັ້ງພັກກອມມູນິດຫວຽດນາມ ແລະ ເປັນຜູ້ນຳພາການປະຕິວັດຈົນສາມາດປະກາດເອກະລາດໃຫ້ຫວຽດນາມ ໃນວັນທີ 2 ກັນຍາ 1945.ປະທານ ໂຮຈີ່ມິນ ຮ່ວມກັບ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ແມ່ນຜູ້ທີ່ຮ່ວມກັນສ້າງຕັ້ງ ແລະ ຖະໜອມຫອມຮັກສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ລາວ-ຫວຽດນາມ.ທ່ານເປັນແບບຢ່າງດ້ານຄວາມປະຢັດ, ມັດທະຍັດ, ສັດຊື່ບໍລິສຸດ ແລະ ການອຸທິດຊີວິດເພື່ອສ່ວນລວມ. ແນວຄິດຂອງເພິ່ນຍັງຄົງເປັນເຂັມທິດເຍືອງທາງໃຫ້ແກ່ການພັດທະນາປະເທດຊາດ ແລະ ການຮ່ວມມືລະຫວ່າງສອງພັກ, ສອງລັດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ແລະ ເອກກະສານ ວັນທີ 7 ພຶດສະພາ 1954 ແມ່ນວັນແຫ່ງໄຊຊະນະອັນສະງ່າລາສີ ທີ່ສັ່ນສະເທືອນໄປທົ່ວໂລກ, ເຊິ່ງແມ່ນ ວັນໄຊຊະນະບັ້ນຮົບດຽນບຽນຟູ ຂອງກອງທັບ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ພວກລ່າເມືອງຂຶ້ນຝຣັ່ງ ຄົບຮອບ 72 ປີ.ໄຊຊະນະນີ້ໄດ້ກາຍເປັນແຮງບັນດານໃຈອັນຍິ່ງໃຫຍ່ໃຫ້ແກ່ບັນດາປະເທດໃນອາຊີ, ອາຟຣິກາ ແລະ ລາຕິນອາເມລິກາ ລຸກຂຶ້ນຕໍ່ສູ້ເພື່ອເອກະລາດ.ສາຍພົວພັນ ລາວ-ຫວຽດນາມ: ໄຊຊະນະດຽນບຽນຟູ ແມ່ນໄຊຊະນະຮ່ວມກັນຂອງສາມຊາດອິນດູຈີນ, ເຊິ່ງໃນນັ້ນ ກອງທັບ ແລະ ປະຊາຊົນລາວ ກໍໄດ້ມີສ່ວນຮ່ວມໃນການຕໍ່ສູ້ ແລະ ສະກັດກັ້ນກຳລັງສັດຕູ ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ສະຫາຍ ນາງ  ເກດຈິດ ສີສະຫວັດ ຮອງປະທານສະຫະພັນກຳມະບານແຂວງ ເຜີຍແຜ່ເອກກະສານວັນທີ່ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ຂອງມວນມະນຸດ, ເຊິ່ງເປັນວັນທີ່ກອງທັບແດງ ແລະ ປະຊາຊົນສະຫະພາບໂຊວຽດ ສາມາດຍາດໄດ້ໄຊຊະນະຢ່າງສົມບູນເໜືອຟາດຊິດເຢຍລະມັນ ໃນສົງຄາມປ້ອງກັນຊາດອັນຍິ່ງໃຫຍ່. ຄົບຮອບ 81 ປີ (9 ພຶດສະພາ 1945 – 9 ພຶດສະພາ 2026) ນີ້, ແມ່ນໄຊຊະນະທີ່ຢຸດຕິການຮຸກຮານ ແລະ ການຂ້າລ້າງເຜົ່າພັນຂອງລະບອບຟາດຊິດໃນເອີຣົບ. ເປັນການເຕືອນສະຕິໃຫ້ມວນມະນຸດເຫັນເຖິງໄພອັນຕະລາຍຂອງສົງຄາມ ແລະ ຄວາມສຳຄັນຂອງຄວາມສາມັກຄີລະຫວ່າງຊາດ.ເພື່ອລະນຶກເຖິງຄຸນງາມຄວາມດີຂອງນັກຮົບເກົ່າ ແລະ ຜູ້ທີ່ເສຍສະຫຼະຊີວິດໃນປາງສົງຄາມໂລກຄັ້ງທີ II.ໄຊຊະນະນີ້ບໍ່ພຽງແຕ່ເປັນຂອງສະຫະພາບໂຊວຽດເທົ່ານັ້ນ, ແຕ່ຍັງເປັນໄຊຊະນະຂອງກຳລັງປະຊາທິປະໄຕ ແລະ ສັນຕິພາບທົ່ວໂລກ.ເພື່ອແນ່ໃສ່ເຮັດໃຫ້ພະນັກງານ-ລັດຖະກອນ ສາມາດນຳເອົາເນື້ອໃນຈິດໃຈຂອງເອກະສານດັ່ງກ່າວ ໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຕົວຈິງໃຫ້ມີປະສິດທິຜົນສູງສຸດ.ແລະ ເອກກະສານ ວັນກຳເນີດຂອງ ທ່ານ ກາກມາກ, ນັກປັດຊະຍາ, ນັກເສດຖະສາດ ແລະ ນັກທິດສະດີປະຕິວັດຜູ້ຍິ່ງໃຫຍ່ຂອງຊົນຊັ້ນກຳມະກອນທົ່ວໂລກ.ຄົບຮອບ 208 ປີ (5 ພຶດສະພາ1818- 5 ພຶດສະພາ 2026) ນີ້ ທ່ານແມ່ນຜູ້ໃຫ້ກຳເນີດ “ລັດທິມາກ”, ເຊິ່ງປະກອບດ້ວຍ 3 ພາກສ່ວນຄື: ປັດຊະຍາວັດຖຸນິຍົມສັດຈະວິພາກ, ເສດຖະສາດການເມືອງ ແລະ ລັດທິສັງຄົມນິຍົມວິທະຍາສາດ.ປຶ້ມ “ທຶນ” ແມ່ນຜົນງານທີ່ວິເຄາະລະບົບເສດຖະສາດຢ່າງເລິກເຊິ່ງ ແລະ ຊີ້ໃຫ້ເຫັນເຖິງກົດເກນການຂູດຮີດມູນຄ່າສ່ວນເກີນ.ຖະແຫຼງການພັກກອມມູນິດ: ເຊິ່ງເພິ່ນໄດ້ຂຽນຮ່ວມກັບ ທ່ານ ຟ. ອັງແກນ ໃນປີ 1848, ເປັນເຂັມທິດເຍືອງທາງໃຫ້ແກ່ການຕໍ່ສູ້ປົດປ່ອຍຊົນຊັ້ນກຳມະຊີບ ແລະ ຊາວຜູ້ອອກແຮງງານທົ່ວໂລກ.ແນວຄິດຂອງ ກາກມາກ-ອັງແກນ ແລະ ເລນິນ ແມ່ນພື້ນຖານທິດສະດີທີ່ໝັ້ນຄົງຂອງພັກປະຊາຊົນ ປະຕິວັດລາວ ໃນການຊີ້ນຳ-ນຳພາ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄປສູ່ຈຸດໝາຍສັງຄົມນິຍົມ.ພັກເຮົາໄດ້ນຳເອົາທິດສະດີດັ່ງກ່າວມາໝູນໃຊ້ໃຫ້ສອດຄ່ອງກັບສະພາບຈຸດພິເສດ ແລະ ຈຸດເດັ່ນຂອງສັງຄົມລາວໃນແຕ່ລະໄລຍ

ໂດຍ: ເງິນຫຼົງ ຈິດພູວົງ.

ພາບ: ພາກສ່ວນກ່ຽວຂ້ອງ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa