ໃນຊ່ວງທີ່ອາກາດປິດແບບນີ້ ການຮັກສາສຸຂະພາບທາງເດີນຫາຍໃຈແມ່ນສຳຄັນທີ່ສຸດ
ສະພາບໝອກຄວັນທີ່ປົກຄຸມຢູ່ແຂວງບໍ່ແກ້ວໃນໄລຍະນີ້, ແມ່ນມີຄວາມສ່ຽງສູງຕໍ່ສຸຂະພາບ ເນື່ອງຈາກຝຸ່ນລະອອງຂະໜາດນ້ອຍ (PM 2.5 ) ສາມາດຊຶມເຂົ້າສູ່ລະບົບທາງເດີນຫາຍໃຈ ແລະ ກະແສເລືອດໄດ້ງ່າຍ.ເພື່ອປ້ອງກັນຕົນເອງ ແລະ ຄອບຄົວ, ຄວນປະຕິບັດຕາມວິທີດັ່ງນີ້: ການປ້ອງກັນເບື້ອງຕົ້ນຕ້ອງໄດ້ໃສ່ຜ້າອັດປາກ-ດັງ: ຄວນເລືອກໃຊ້ປະເພດ N95 ...