ພຣະອາຈານ ນຸກ ກິດສະລາດ ຄະນະປະຈໍາ ອພສ ແຂວງ ປະທານ ອພສ ເມືອງເມິງ ພ້ອມດ້ວຍ ອພສ ເມືອງ ລົງສູດຖອດສູດຖອນ, ສູດສັງຄະຫະວັດ.

 

ໃນວັນທີ 17 ກັນຍາ 2026 ຜ່ານມານີ້, ພຣະອາຈານ ນຸກ ກິດສະລາດ ຄະນະປະຈໍາ ອພສ ແຂວງ ປະທານ ອພສ ເມືອງເມິງ  ພ້ອມດ້ວຍ ອພສ ເມືອງ ລົງສູດຖອດສູດຖອນ, ສູດສັງຄະຫະວັດ ຢູ່ທີ່ວັດສາມັກຄີໄຊຍະຣາມນໍ້າຍູ້ນໍ້າ ບ້ານຫ້ວຍດອກທອງ ຕາແສງນໍ້າຍູ້ ເມືອງເມິງ ແຂວງບໍ່ແກ້ວ ເຊິ່ງໄດ້ເກີດເຫດການໄຟໄໝ້ວັດສາມັກຄີໄຊຍະຣາມນໍ້າຍູ້ ໃນຄໍາຄືນຂອງວັນທີ 11 / 9 / 2026 ທີ່ຜ່ານມານີ້ ເຮັດໃຫ້ວັດໄດ້ຮັບຄວາມເສຍຫາຍທັງໝົດ ໃນໂອກາດທີ່ໄດ້ລົງມາສູດຖອດສູນຖອນໃນຄັ້ງນີ້ ໄດ້ນໍາເອົາເຄື່ອງອຸປະໂພກ, ວັດຖຸປັດໃຈ ເຊັ່ນ: ຜ້າຫົມ, ຜ້າເສື່ອ, ໝອນ, ນໍ້າດື່ມ, ເຄື່ອງໃຊ້ພາຍໃນວັດອື່ນໆ ແລະ ໄດ້ມອບປັດໃຈເປັນເງິນສົດ 3 ລ້ານກີບ ລວມມູນຄ່າທັງໝົດ 6 ລ້ານກ່ວາກີບ ເຊິ່ງກ່າວຮັບໂດຍອົງການປົກຄອງຕາແສງນໍ້າຍູ້, ອົງການປົກຄອງບ້ານ, ເຖົ້າແກ່ແນວໂຮມບ້ານ ເຂົ້າຮ່ວມໂດຍການນໍາຂອງເມືອງ ກໍ່ຄືອົງການປົກຄອງເມືອງ, ແນວລາວສ້າງຊາດເມືອງ ແລະ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ເຂົ້າຮ່ວມເປັນສັກຄີພິຍານ.

ຈາກນັ້ນ, ອົງການປົກຄອງຕາແສງນໍ້າຍູ້, ອົງການປົກຄອງບ້ານ, ເຖົ້າແກ່ແນວໂຮມບ້ານ ໄດ້ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ຄະນະ ອພສ ເມືອງ ກໍ່ຄືການນໍາຂອງເມືອງ ທີ່ມີນ້ຳໃຈ ແລະ ທີ່ໄດ້ນໍາເອົາເຄື່ອງ, ວັດຖຸປັດໃຈມາຊ່ວຍເຫຼືອໃນຄັ້ງນີ້, ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະໄດ້ນໍາໃຊ້ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໄປນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດຢູ່ພາຍໃນວັດຕໍ່ໄປ.

ຂ່າວ: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa