










ໃນວັນທີ 17 ກັນຍາ 2026 ຜ່ານມານີ້, ພຣະອາຈານ ນຸກ ກິດສະລາດ ຄະນະປະຈໍາ ອພສ ແຂວງ ປະທານ ອພສ ເມືອງເມິງ ພ້ອມດ້ວຍ ອພສ ເມືອງ ລົງສູດຖອດສູດຖອນ, ສູດສັງຄະຫະວັດ ຢູ່ທີ່ວັດສາມັກຄີໄຊຍະຣາມນໍ້າຍູ້ນໍ້າ ບ້ານຫ້ວຍດອກທອງ ຕາແສງນໍ້າຍູ້ ເມືອງເມິງ ແຂວງບໍ່ແກ້ວ ເຊິ່ງໄດ້ເກີດເຫດການໄຟໄໝ້ວັດສາມັກຄີໄຊຍະຣາມນໍ້າຍູ້ ໃນຄໍາຄືນຂອງວັນທີ 11 / 9 / 2026 ທີ່ຜ່ານມານີ້ ເຮັດໃຫ້ວັດໄດ້ຮັບຄວາມເສຍຫາຍທັງໝົດ ໃນໂອກາດທີ່ໄດ້ລົງມາສູດຖອດສູນຖອນໃນຄັ້ງນີ້ ໄດ້ນໍາເອົາເຄື່ອງອຸປະໂພກ, ວັດຖຸປັດໃຈ ເຊັ່ນ: ຜ້າຫົມ, ຜ້າເສື່ອ, ໝອນ, ນໍ້າດື່ມ, ເຄື່ອງໃຊ້ພາຍໃນວັດອື່ນໆ ແລະ ໄດ້ມອບປັດໃຈເປັນເງິນສົດ 3 ລ້ານກີບ ລວມມູນຄ່າທັງໝົດ 6 ລ້ານກ່ວາກີບ ເຊິ່ງກ່າວຮັບໂດຍອົງການປົກຄອງຕາແສງນໍ້າຍູ້, ອົງການປົກຄອງບ້ານ, ເຖົ້າແກ່ແນວໂຮມບ້ານ ເຂົ້າຮ່ວມໂດຍການນໍາຂອງເມືອງ ກໍ່ຄືອົງການປົກຄອງເມືອງ, ແນວລາວສ້າງຊາດເມືອງ ແລະ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ເຂົ້າຮ່ວມເປັນສັກຄີພິຍານ.
ຈາກນັ້ນ, ອົງການປົກຄອງຕາແສງນໍ້າຍູ້, ອົງການປົກຄອງບ້ານ, ເຖົ້າແກ່ແນວໂຮມບ້ານ ໄດ້ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ຄະນະ ອພສ ເມືອງ ກໍ່ຄືການນໍາຂອງເມືອງ ທີ່ມີນ້ຳໃຈ ແລະ ທີ່ໄດ້ນໍາເອົາເຄື່ອງ, ວັດຖຸປັດໃຈມາຊ່ວຍເຫຼືອໃນຄັ້ງນີ້, ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະໄດ້ນໍາໃຊ້ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໄປນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດຢູ່ພາຍໃນວັດຕໍ່ໄປ.
ຂ່າວ: ອຸ່ນຄໍາ ຂັນວາລິດ