ສະຫາຍ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ.ມີຄໍາເຫັນໃຫ້ທິດຊີ້ນຳ 7 ດ້ານທີ່ຕ້ອງສຸມໃສ່ໃນ 5 ປີຕໍ່ໜ້າ.

ກອງປະຊຸມວຽກງານກວດກາທົ່ວແຂວງບໍ່ແກ້ວ 5 ປີ (2021-2025) ໄດ້ດຳເນີນຢ່າງເປັນທາງການໃນເມື່ອບໍ່ດົນມານິ້;ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງບໍ່ແກ້ວໂດຍການເປັນປະທານຂອງ ສະຫາຍ ພົຈວ ແປ້ນຄໍາ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງ.ປະທານສະພາປະຊາຊົນແຂວງບໍ່ແກ້ວ, ເຂົ້າຮ່ວມມີ ສະຫາຍ ສຸກຄຳເພັດ ເຮືອງບຸດສີ, ກຳມະການສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ,ມີບັນດາສະຫາຍ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ປະທານຄະນະກວດກາ, ຫົວໜ້າຄະນະຈັດຕັ້ງບັນດາເມືອງ ແລະ ຜູ້ແທນເຂົ້າຮ່ວມທັງໝົດ 118 ສະຫາຍ, ຍິງ 33 ສະຫາຍ.

ກອງປະຊຸມຄັ້ງນິ້ໄດ້ດຳເນີນພາຍໃຕ້ຄຳຂວັນ “ເພີ່ມທະວີ 2 ຕິດຕາມ, 3 ກວດກາ, 4 ແກ້ໄຂ ໃຫ້ເຂັ້ມງວດຮອບດ້ານ, ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງ ເດັດຂາດ, ໂປ່ງໃສ, ແກ້ໄຂຄຳຮ້ອງ-ຄຳສະເໜີຕາມລະບຽບກົດໝາຍ”ແມ່ນໄດ້ດຳເນີນເປັນເວລາ 1 ວັນເຕັມ, ຜູ້ແທນໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາເນື້ອໃນສຳຄັນຕ່າງໆ ດັ່ງນິ້: ບົດສະຫຼຸບວຽກງານກວດກາ ປີ 2021-2025 ແລະ ທິດທາງການເຄື່ອນໄຫວ ປີ 2026-2030.ແຜນພັດທະນາວຽກງານກວດກາແຂວງບໍ່ແກ້ວ 5 ປີ (2026-2030).ເຊື່ອມຊຶມເອກະສານສຳຄັນຂອງຄະນະກວດກາສູນກາງພັກ ເປັນຕົ້ນແມ່ນ ແຜນພັດທະນາວຽກງານກວດກາທົ່ວປະເທດ ຄັ້ງທີ V, ບົດແນະນຳກ່ຽວກັບການຕິດຕາມ-ກວດກາຂອງພັກ, ມະຕິວ່າດ້ວຍການເພີ່ມທະວີສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ບົດໂອ້ລົມຂອງສະຫາຍ ເລຂາທິການໃຫຍ່.

ໃນໄລຍະ 5 ປີຜ່ານມາ, ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ຈັດຕັ້ງປະຕິບັດວຽກງານກວດກາຕິດພັນກັບການຜັນຂະຫຍາຍ 2 ວາລະແຫ່ງຊາດ (ການແກ້ໄຂບັນຫາຢາເສບຕິດ ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ),ການສະກັດກັ້ນການສໍ້ລາດບັງຫຼວງ ແລະ ການແກ້ໄຂຄຳຮ້ອງ-ຄຳສະເໜີ. ຜົນສຳເລັດດັ່ງກ່າວໄດ້ເຮັດໃຫ້ການລະເມີດກົດລະບຽບພັກ-ກົດໝາຍລັດຫຼຸດລົງ, ສັງຄົມມີຄວາມສະຫງົບ ແລະ ສະຖຽນລະພາບ, ທັງເພີ່ມຄວາມເຊື່ອໝັ້ນຂອງມະຫາຊົນຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ.

ເຖິງຢ່າງໃດກໍດີ, ກອງປະຊຸມກໍໄດ້ຕີລາຄາຢ່າງກົງໄປກົງມາຕໍ່ຂໍ້ຄົງຄ້າງ ເປັນຕົ້ນແມ່ນ ການຕິດຕາມ-ກວດກາປົກກະຕິ (ການສະກັດກັ້ນແຕ່ຫົວທີ) ຢູ່ບາງບ່ອນຍັງບໍ່ທັນແຂງແຮງ; ພະນັກງານກວດກາຈຳນວນໜຶ່ງປະສົບການ ແລະ ຄວາມກ້າຫານຍັງມີໜ້ອຍ; ຄະນະພັກ-ອົງການປົກຄອງບາງບ່ອນຍັງຖືເບົາຕໍ່ວຽກງານກວດກາ; ແລະ ການດຳເນີນຊີວິດການເມືອງຢູ່ບາງບ່ອນຍັງມີແນວຄິດຈົ່ງຈຽມ, ການຕຳນິຕິຊົມກັນບໍ່ທັນເລິກເຊິ່ງ.

ໃນໂອກາດນິ້ ສະຫາຍ ພົຈວ ແປ້ນຄໍາ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ.ປະທານສະພາປະຊາຊົນແຂວງບໍ່ແກ້ວ ໄດ້ມີຄໍາເຫັນເນັ້ນໜັກໃຫ້ທິດຊີ້ນຳ 7 ດ້ານທີ່ຕ້ອງສຸມໃສ່ໃນ 5 ປີຕໍ່ໜ້າ (2026-2030) ຈົ່ງເພີ່ມທະວີບົດບາດການນຳພາ: ຖືເອົາວຽກງານກວດກາເປັນເຄື່ອງມືປົກປ້ອງພັກ ແລະ ປົກປ້ອງພະນັກງານທີ່ດີ; ເກີດບັນຫາບ່ອນໃດຕ້ອງຮີບຮ້ອນປຶກສາຫາລື ແລະ ແກ້ໄຂທັນທີ.  ຕິດຕາມ-ກວດກາການປະຕິບັດກົດລະບຽບພັກ: ໂດຍສະເພາະຫຼັກການລວມສູນປະຊາທິປະໄຕ, ລະບອບປະຊຸມ-ສ່ອງແສງ, ການຕຳນິຕິຊົມກັນ ແລະ ການຄຸ້ມຄອງການເງິນຂອງພັກ.ເພີ່ມທະວີການກວດກາການຄຸ້ມຄອງບໍລິຫານລັດ: ສຸມໃສ່ການຄຸ້ມຄອງ-ນຳໃຊ້ຊັບສິນຂອງລັດຊັບພະຍາກອນທຳມະຊາດ (ທີ່ດິນ, ແຮ່ທາດ, ປ່າໄມ້), ງົບປະມານ, ການປະຢັດ ແລະ ການຕິດຕາມໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ.ຕ້ານການສວຍໃຊ້ໜ້າທີ່ຕຳແໜ່ງ:ສຸມໃສ່ກວດກາການຊອກຫາຜົນປະໂຫຍດສ່ວນຕົວ, ຕ້ານການສໍ້ລາດບັງຫຼວງ ແລະ ແກ້ໄຂຄຳຮ້ອງ-ຄຳສະເໜີຂອງປະຊາຊົນຢ່າງເລິກເຊິ່ງ, ທັງປຸກລະດົມມະຫາຊົນໃຫ້ເປັນຫູເປັນຕາ.ປັບປຸງກົງຈັກການຈັດຕັ້ງ: ບູລະນະ ແລະ ສັບຊ້ອນພະນັກງານກວດກາໃຫ້ມີຄວາມເຂັ້ມແຂງຕາມຄຳແນະນຳເລກທີ 379/ຄກສພ ແລະ ກົດໝາຍທີ່ກ່ຽວຂ້ອງ.ປັບປຸງກົນໄກການເຮັດວຽກໃຫ້ທັນສະໄໝ: ສ້າງຕາໜ່າງຕິດຕາມຮອດລະດັບຮາກຖານ-ຕາແສງ, ສຸມໃສ່ຝຶກອົບຮົມ ແລະ ສຶກສາອົບຮົມແນວຄິດ ເພື່ອສ້າງພະນັກງານກວດກາໃຫ້ມີຄຸນທາດການເມືອງໜັກແໜ້ນ “ສະອາດ,ບໍລິສຸດ, ກ້າເວົ້າ, ກ້າເຮັດ ແລະ ກ້າຮັບຜິດຊອບ”ແກ້ໄຂຂໍ້ຄົງຄ້າງຢ່າງຂາດຕົວ: ສະຫາຍ ພົຈວ  ແປ້ນຄໍາ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ.ໄດ້ຮຽກຮ້ອງໃຫ້ຜູ້ແທນທຸກສະຫາຍຈົ່ງທຸ້ມເທຄວາມຮູ້, ຄວາມສາມາດ, ສະຕິປັນຍາ ແລະ ນ້ຳໃຈເສຍສະຫຼະ ເຂົ້າໃນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນທີ່ວາງໄວ້ໃຫ້ບັນລຸຜົນສຳເລັດ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດມີການຫັນປ່ຽນອັນໃໝ່ຢ່າງແທ້ຈິງ.

#ຂາວໂດຍ:ເງິນຫຼົງ ຈິດພູວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa