



ວັນທີ 18 ກັນຍາ 2026 ນີ້, ກຳມະບານຮາກຖານໂຄສະນາອົບຮົມ ເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມປະເມີນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2026 ຂື້ນ, ໂດຍການເປັນປະທານຂອງ ສະຫາຍ ລັດສະໝີ ສິດທິສັກ ຄະນະບໍລິຫານງານສະຫະພັນກຳມະບານເມືອງ, ປະທານກຳມະບານຮາກຖານໂຄສະນາອົບຮົມ, ມີບັນດາສະຫາຍຄະນະຮາກຖານ, ຕະຫຼອດຮອດສະມາຊິກກຳມະບານພາຍໃນຮາກຖານເຂົ້າຮ່ວມ.
ກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຈາກສະຫາຍ ລັດສະໝີ ສິດທິສັກ ປະທານກຳມະບານຮາກຖານໂຄສະນາອົບຮົມ ເຊິ່ງໄດ້ຍົກໃຫ້ເຫັນເຖິງ ໃນການເຄື່ອນໄຫວວຽກງານກຳມະບານໃນໄລຍະຜ່ານມາ ແລະ ທິດທາງແຜນການປີຕໍ່ໜ້າ. ໂດຍປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການຈັດຕັ້ງໃນໄລຍະໃໝ່, ພວກເຮົາໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວພະນັກງານ ກຳມະກອນກໍ່ຄື: ສະມາຊິກກຳມະບານເຂົ້າຮ່ວມໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບ, ກົດໝາຍຂອງລັດ ແຜນພັດທະນາເສດຖະກິດສັງ-ຄົມໃຫ້ມີປະສິດທິຜົນສູງ, ຖືເອົາວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ກຳມະກອນ ລັດຖະກອນໃຫ້ເຫັນທາດແທ້ຊົນຊັ້ນກຳມະກອນ, ປະຕິບັດສອງໜ້າທີ່ຍຸດທະສາດຂອງພັກໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະກເທດຊາດໃນໄລຍະໃໝ່ຂອງພັກເຮົາ, ກຳມະບານຮາກຖານໂຄສະນາອົບຮົມ ແມ່ນໜຶ່ງໃນອົງການຈັດຕັ້ງມະຫາຊົນທີ່ເຄື່ອນໄຫວຕາມພາລະບົດບາດ ທຽບເທົ່າກັບກັບອົງການຈັດຕັ້ງອື່ນໆ ເຊິ່ງຂື້ນກັບການຊີ້ນຳໂດຍກົງຂອງສະຫະພັນກຳມະບານເມືອງ, ກຳມະບານຮາກຖານໂຄສະນາ ປະກອບມີ 2 ຫ້ອງການທີ່ຂື້ນກັບຄື: ຄະນະໂຄສະນາອົບຮົມເມືອງ, ຄະນະກວດກາພັກ-ລັດເມືອງ, ມີສະມາຊິກທັງໝົດ 14 ສະຫາຍ, ຍິງ 4 ສະຫາຍ, ຈາກນັ້ນ ສະມາຊິກກຳມະບານແຕ່ລະສະຫາຍກໍ່ໄດ້ຜ່ານໃບປະເມີນຂອງຕົນເອງໃຫ້ໝູ່ຄະນະໄດ້ປະກອບຄຳຄິດ-ຄຳເຫັນຕຳນິຕິຊົມກໍ່ສ້າງຊ່ວຍເຫຼືອເຊີ່ງກັນ ແລະ ກັນ ຕາມເນື້ອໃນ 5 ເປັນເຈົ້າເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າດີຂື້ນກວ່າເກົ່າ.
ຕອນທ້າຍກອງປະຊຸມ ສະຫາຍ ລັດສະໝີ ສິດທິສັກ ປະທານກຳມະບານຮາກຖານໂຄສະນາອົບຮົມ ໄດ້ມີຄຳເຫັນໂອ້ລົມ ພ້ອມທັງເໜັ້ນໜັກໃຫ້ຄະນະຮາກຖານ, ຕະຫຼອດຮອດສະມາຊິກກຳມະບານພາຍໃນໜ່ວຍທຸກສະຫາຍສຶບຕໍ່ເອົາໃຈໃສເປັນເຈົ້າການໃນການຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານການເມືອງ-ແນວຄິດ, ສຶບຕໍ່ເປັນເຈົ້າການປະຕິບັດກົດໝາຍ ແລະ ລະບຽບການຂອງລັດ, ສຶບຕໍ່ໃນການພັດທະນາຕົນເອງ ແລະ ການຈັດຕັ້ງ, ເປັນເຈົ້າການໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ແລະ ສຶບຕໍ່ເປັນເຈົ້າການໃນການປະຕິບັດໜ້າທີ່ວິຊາສະເພາະຢ່າງປະດິດສ້າງ, ຖືເອົາການປະເມີນຜົນຂະບວນການຂໍ້ແຂ່ງຂັນ 5 ເປັນເຈົ້າ ເປັນບັ້ນດຳເນີນຊີວິດການເມືອງ ເພື່ອປັບປຸງ, ປົວແປງການຈັດຕັ້ງກຳມະບານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ສາມາດຊອກໃຫ້ເຫັນໄດ້ສະມາຊິກກຳມະບານ, ກຳມະກອນ, ຜູ້ອອກແຮງງານທີ່ດີເດັ່ນ ເພື່ອຍ້ອງຍໍ ແລະ ສ້າງເປັນພະນັກງານສຶດທອດປ່ຽນແທນ.
ພາບ-ຂ່າວ: ວັນະເດດ.