ປະກາດແຕ່ງຕັ້ງ ປະທານ ຮອງປະທານອົງການກວດກາ.

ທ້າຍອາທິດຜ່ານມານີ້ ໃນກອງປະຊຸມວຽກງານກວດກາ ທົ່ວແຂວງບໍ່ແກ້ວ 5 ປີ 2021-2025 ໂດຍມີ ທ່ານ ພົນຈັດ ຕະວາ ແປ້ນຄຳ ບຸນຈັດແພງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາ ຊົນ ແຂວງບໍ່ແກ້ວ; ທ່ານ ສຸກຄຳເພັດ ເຮືອງບຸດສີ ກຳມະການສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງ ການຕ້ານການສໍ້ລາດບັງຫຼວງສູນກາງ; ທ່ານ ປອ ສົມຄິດ ວົງປັນຍາ ຄະນະປະຈຳພັກແຂວງ ປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຂວງບໍ່ແກ້ວ ເຂົ້າຮ່ວມເປັນປະທານ ແລະມີບັນດາທ່ານຫົວໜ້າ, ຮອງຫົວໜ້າພະແນກອ້ອມຂ້າງແຂວງ, ເມືອງ 5 ເມືອງ ເຂົ້້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ຜູ້ແທນທີ່ເຂົ້າຮ່ວມ ນອກຈາກໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງບໍ່ແກ້ວ ໃນໄລຍະ 5 ປີ ແລະ ການກຳນົດທິດທາງແຜນການ ການເຄື່ອນ ໄຫວ 5 ປີຕໍ່ໜ້າ. ນອກນັ້ນ, ໃນກອງປະຊຸມ ທີມີຄວາມໝາຍສໍາຄັນດັ່ງກ່າວນີ້ ຍັງໄດ້ຜ່ານຂໍ້ຕົກ ລົງ ຂອງປະທານອົງການກວດກາແຫ່ງລັດ ວ່າດ້ວຍການແຕ່ງຕັ້ງ ປະທານ-ຮອງປະທານ ອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຂວງບໍ່ແກ້ວ ຢ່າງເປັນທາງການ. ໃນນັ້ນ, ປະທານ ອົງການກວດກາແຫ່ງລັດ ເຫັນດີແຕ່ງຕັ້ງ

#1. ທ່ານ ປອ ສົມຄິດ ວົງປັນຍາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າ ອົງການຕ້ານການສໍ້ລາດບັງຫຼວງ ແຂວງບໍ່ແກ້ວ

#2. ທ່ານ ໜໍ່ຄຳ ນົງສຸວັນ ເປັນຮອງປະທານ ອົງການກວດກາລັດ ແລະ ຮອງຫົວໜ້າ ອົງການຕ້ານການສໍ້ລາດບັງຫຼວງ ແຂວງບໍ່ແກ້ວ

#3. ທ່ານ ເປົາແກ້ວ ພູມສະຫວັນ ເປັນຮອງປະທານ ອົງການກວດກາລັດ ແລະ ຮອງຫົວໜ້າ ອົງການຕ້ານການສໍ້ລາດບັງຫຼວງ ແຂວງບໍ່ແກ້ວ

#4. ທ່ານ ສົມຄິດ ວັນນະຈອມຈັນ ເປັນຮອງປະທານ ອົງການກວດກາລັດ ແລະ ຮອງຫົວໜ້າ ອົງການຕ້ານການສໍ້ລາດບັງຫຼວງ ແຂວງບໍ່ແກ້ວ

ພ້ອມທັງຮັບຟັງການໂອ້ລົມ ຂອງທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາຄະນະບໍລິ ຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ ໃນນາມເຂົ້າຮ່ວມເປັນປະທານກອງປະຊຸມຄັ້ງນີ້ ທ່ານໄດ້ມີຄຳເຫັນໂອ້ລົມ. ເຊິ່ງໃນນັ້ນ, ທ່ານກໍໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ໃນໄລຍະ 5 ປີ ຜ່ານມາ ພ້ອມໄດ້ເນັ້ນໃຫ້ເຫັນບາງຈຸດອ່ອນ-ຂໍ້ຄົງຄ້າງ ທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ເປັນຕົ້ນແມ່ນ: ການຕິດຕາມກວດກາແບບປົກກະຕິຍັງບໍ່ທັນແຂງແຮງ ເຊິ່ງສ່ວນຫຼາຍ ບັນຫາເກີດແລ້ວຈຶ່ງໄດ້ກວດກາ, ພະນັກງານຈຳນວນໜຶ່ງ ຍັງຂາດປະສົບການ ແລະ ຄະນະພັກ-ອົງການປົກຄອງ ຫຼາຍຂົງ ເຂດຍັງຖືເບົາຕໍ່ວຽກງານກວດກາ; ສືບຕໍ່ຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ຕ່າງ ພາຍໃຕ້ຄຳຂວັນ “ເພີ່ມທະວີ 2ຄິດຕາມ 3ກວດກາ 4ແກ້ໄຂ” ໃຫ້ເຂັ້ມງວດຮອບດ້ານ, ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ເດັດຂາດ, ໂປ່ງໄສ, ຄົ້ນຄວ້າແກ້ໄຂຄຳຮ້ອງ ຄຳສະເໜີຖືກຕ້ອງຕາມລະບຽບກົດໝາຍ

#ຂ່າວ: ຈ.ຈັນທະລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa