ບໍລິສັດ 705 ມອບເງິນໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ.

ໃນຕອນບ່າຍຂອງວັນທີ 18 ກັນຍາ 2026 ນີ້, ຢູ່ທີກອງບັນຊາການທະຫານແຂວງບໍ່ແກ້ວ ຊ່ຽວຊານ ຫວຽດນາມ ບໍລິສັດ 705 ທີ່ປະຈຳຢູ່ແຂວງອຸດົມໄຊ ສ ປປ ລາວ  ໄດ້ນຳເອົາເງິນມາມອບໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ ຈໍານວນ 250.000.000 ດົງ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອຄອບຄົວພະນັກງານທີ່ທຸກຍາກ ມີດິນແຕ່ບໍ່ມີເງື່ອນໄຂປຸກສ້າງເຮືອນຢູ່ແບບຖາວອນ ຕ່າງໜ້າກ່າວມອບ ໂດຍສະຫາຍ ພັນໂທ ເກື່ອງ ຮອງຫົວໜ້າຫ້ອງການ ບໍລິສັດ 705 ປະຈຳແຂວງອຸດົມໄຊ ຕ່າງໜ້າກ່າວຮັບ ໂດຍສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ຮ່ວມເປັນສັກຂີພິຍານ.

ໂອກາດດຽວກັນນີ້ ສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຍັງຕ່າງໜ້າກອງບັນຊາການທະຫານແຂວງບໍ່ແກ້ວ ກໍໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ຊ່ຽວຊານ ຫວຽດນາມ ບໍລິສັດ 705 ປະຈຳແຂວງອຸດົມໄຊ ທີ່ນໍາເອົາເງິນຈຳນວນດັ່ງກ່າວມາມອບໃຫ້ກອງບັນຊາການ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາເງິນຈຳນວນນີ້ໄປປຸກສ້າງເຮືອນຢູ່ແບບຖາວອນໃຫ້ຄອບຄົວພະນັກງານທີທຸກຍາກໃຫ້ສຳເລັດ. ແລະ ເພື່ອປຸກລະດົມຈິດໃຈໃຫ້ພະນັກງານມີກຳລັງໃຈໃຫ້ສຳເລັດໜ້າທີ່ ທີ່ພັກ-ລັດ ມອບໜາຍໃຫ້ ແລະ  ຫວັງວ່າໃນໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອຈາກ ຊ່ຽວຊານ ຫວຽດນາມ ບໍລິສັດ 705 ຕື່ມອີກ.

ຂ່າວໂດຍ: ນີ່ ທຳມະວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa