




ໃນຕອນເຊົ້າຂອງວັນທີ 11 ກັນຍາ 2026 ນີ້, ໜ່ວຍຊາວໜຸ່ມຮາກຖານ ພະແນກສາທາລະນະສຸກ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັ້ນ 4 ບຸກ ປະຈຳປີ 2026 ໂດຍການເຂົ້າຮ່ວມມີ ສະຫາຍ ດຣ ຄໍາແດງ ດວງປະເສີດ ຄະນະພັກຮາກຖານ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ພະແນກສາທາລະນະສຸກແຂວງບໍ່ແກ້ວ,ມີບັນດາ ສະຫາຍ ແຂກຖືກເຊີນຕ່າງໜ້າອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ
ກອງປະຊຸມ ສະຫາຍ ນ່ອງ ລີ ຮອງເລຂາໜ່ວຍຊາວໜຸ່ມຮາກຖານ ພະແນກສາທາລະນະສຸກແຂວງບໍ່ແກ້ວ ໄດ້ຜ່ານບົດສະຫຼຸບຕີລາຄາ ແລະ ປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັ້ນ 4 ບຸກ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ ໃນໄລຍະ 1 ປີຜ່ານມາ, ເຊິ່ງປະກອບມີ: ບຸກດ້ານການສືກສາອົບຮົມການເມືອງແນວຄິດ, ບຸກດ້ານການຈັດຕັ້ງ, ບຸກດ້ານການຝຶກຝົນຫຼໍ່ຫຼອມ-ຮ່ຳຮຽນ, ແລະ ບຸກດ້ານການສ້າງຂະບວນການປະດິດສ້າງ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອນຖອດໄດ້ ແລະ ກຳນົດທິດທາງແຜນການຈຸດສຸມ 2026 ທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດໃນຕໍ່ໜ້າ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໜ່ວຍຊາວໜຸ່ມຮາກຖານ ແລະ ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍ ກົມກອງ ແລະ ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຜູ້ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ່້ແຂ່ງຂັນ 4ບຸກ ປະຈໍາປີ 2025 ແລະ ມອບໃບຍ້ອງຍໍໃຫ້ກົມກອງແລະ ບຸກຄົນ, ມອບໂດຍ ສະຫາຍ ດຣ ຄໍາແດງ ດວງປະເສີດ, ຄະນະພັກຮາກຖານ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ພະແນກສາທາລະນະສຸກແຂວງບໍ່ແກ້ວ, ຜ່ານມາດຖານເງື່ອນໄຂເພື່ອຄັດເລືອກສະມາຊິກ ຊປປ ລາວ 4 ບຸກ.
ໃນໂອກາດນິ້. ສະຫາຍ ຄະນະພັກຮາກຖານ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ພະແນກສາທາລະນະສຸກແຂວງບໍ່ແກ້ວ,ໄດ້ມີຄຳເຫັນໂອ້ລົມເນັ້ນໜັກໃຫ້ສະມາຊິກຊາວໜຸ່ມທຸກສະຫາຍຈົ່ງເພີ່ມທະວີຄວາມຮັບຜິດຊອບຕາມຄວາມຮຽກຮ້ອງຕ້ອງການ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ,ການຍົກລະດັບຄວາມຮູິ ຄວາມສາມາດ ແລະ ຄວາມຮັບຜິດຊອບຊອບໃນໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບການມອບໝາຍໃຫ້ສໍາເລັດ ແລະ ເປັນກຳລັງແຮງສຳຄັນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັ້ນ 4 ບຸກ ໃຫ້ປະກົດຜົນເປັນຮູບປະທຳຍິ່ງໆຂຶ້ນ.
ຂ່າວ: ເງິນຫຼົງ ຈິດພູວົງ.