




ວັນທີ 10 ກັນຍາ 2026 ນີ້, ກໍາມະບານຮາກຖານອົງການຈັດຕັ້ງມະຫາຊົນ ປະເມີນຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2026 ໂດຍການເປັນປະທານຂອງສະຫາຍ ນິລະພົບ ທອງສະຫວັດ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີບັນດາສະຫາຍຄະນະຮັບຜິດຊອບ ແລະ ສະມາຊິກກຳມະບານພາຍໃນຮາກຖານອົງການຈັດຕັ້ງມະຫາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ສະຫາຍ ໂອເລ ຈິດດາລາ ໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວ ສະບັບເລກທີ 299/ສກລ ຈາກນັ້ນ ສະຫາຍ ນາງ ສີຄໍາ ວັນນະຈອມຈັນ ຮອງປະທານສະຫະພັນແມ່ຍິງເມືອງ ໄດ້ຜ່ານບົດສະຫຼູບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າປະຈຳປີ 2026 ແລະ ທິດທາງແຜນການ ປີ 2027 ເຊິ່ງໃຫ້ຮູ້ວ່າ: ກໍາມະບານຮາກຖານອົງການຈັດຕັ້ງມະຊົນ ເປັນຮາກຖານໜຶ່ງທີ່ມາຈາກການຍຸບໂຮມເຂົ້າກັນມີ 3 ຫ້ອງການຄື: ຫ້ອງການກໍາມະບານເມືອງ, ຫ້ອງການສະຫະພັນແມ່ຍິງເມືອງ ແລະ ຫ້ອງການຊາວໜຸ່ມເມືອງ ເຊິ່ງມີພາລະບົດບາດເປັນເສນາທິການໃຫ້ແກ່ໜ່ວຍພັກພາຍໃຕ້ການຊີ້ນໍານໍາພາຂອງໜ່ວຍພັກ, ກໍາມະບານຮາກຖານອົງການຈັດຕັ້ງມະຫາຊົນ ປະກອບມີສະມາຊິກທັງໝົດ 17 ສະຫາຍ, ຍິງ 11 ສະຫາຍ, ຕະຫຼອດໄລຍະຜ່ານມາຄະນະປະທານກຳມະບານຮາກຖານພວກເຮົາແມ່ນໄດ້ຖືເອົາການຝຶກຝົນຫຼໍ່ຫຼອມທາງດ້ານການເມືອງແນວຄິດເປັນບັນຫາຕົ້ນຕໍ, ໂດຍຖືເອົາການສຳຫຼວດກວດກາ, ການຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນເປັນບັນຫາສຳຄັນ ຕິດພັນກັບການຈັດຕັ້ງປະຕິບັດດ້ານວິຊາສະເພາະ, ທິດສະດີການເມືອງ, ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ກະຕຸກຊຸກຍູ້ສະມາຊິກພາຍໃນຮາກຖານໃຫ້ມີຄວາມດຸໝັ່ນ, ຊື່ສັດ, ປະຢັດ, ປັບປຸງຊີວິດການເປັນຢູ່ໃຫ້ດີຂື້ນ ສ້າງຄວາມສາມັກຄີພາຍໃນກົມກອງ, ຕັ້ງໜ້າປັບປຸງແບບແຜນວິທີການເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບຂັ້ນລຸ່ມປະຕິບັດຕາມຂັ້ນເທິງເຊິງສະແດງອອກໃນດ້ານວິຊາສະເພາະ ກໍ່ຄືການສ້າງເສດຖະກິດພາຍໃນຄອບຄົວໃຫ້ເຂັ້ມແຂງ ໃນກອງປະຊຸມສະມາຊິກກຳມະບານແຕ່ລະສະຫາຍກໍ່ໄດ້ຜ່ານໃບປະເມີນຂອງຕົນເອງ ເພື່ອໃຫ້ໜູ່ຄະນະໄດ້ປະກອບຄຳຄິດຄຳເຫັນຕຳນິຕິຊົມກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນຕາມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວທີ່ໄດ້ວາງອອກ.
ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ນິລະພົບ ທອງສະຫວັດ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ສະມາຊິກກໍາມະບານຮາກຖານອົງຈັດຕັ້ງມະຊາຊົນທີ່ຍາດໄດ້ຜົນສໍາເລັດໃນຫຼາຍດ້ານຕະຫຼອດໄລຍະທີ່ຜ່ານມາ ແລະ ໄດ້ເໜັ້ນໜັກບາງບັນຫາເປັນຕົ້ນແມ່ນ: ໃຫ້ສຶບຕໍ່ຮັກສາມູນເຊື້ອດຸໝັນຂະຫຍັນພຽນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງແຕ່ລະສະຫາຍໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກ່ວາເກົ່າ, ໃຫ້ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ສຶບຕໍ່ຝຶກຝົນຫຼໍ່ຫຼອມທາງດ້ານການເມືອງແນວຄິດ ໃຫ້ແກ່ຖັນແຖວສະມາຊິກກໍາມະບານພາຍໃນຮາກຖານຂອງຕົນໃຫ້ເປັນປົກກະຕິຕໍ່ເນືອງ, ສຶບຕໍ່ສ້າງເສດຖະກິດຄອບຄົວຂອງຕົນເອງໃຫ້ຮັງມີເຂັ້ມແຂງ ແລະ ພ້ອມກັນສຶບຕໍ່ຮັກສານາມມະຍົດ 5 ເປັນເຈົ້າ ໃຫ້ໝັ້ນຄົງຍືນຍົງຕະຫຼອດໄປ.
ຂ່າວ: ອຸ່ນຄໍາ ຂັນວາລິດ
ພາບ: ສ່ອງແກ້ວ ທໍາມະວົງ