











ໃນລະຫວ່າງວັນທີ 7-9 ກັນຍາ 2026 ນີ້ ອົງການແພຣນສາກົນປະຈໍາແຂວງບໍ່ແກ້ວ ແລະ ສະມາຄົມ ແມ່ຍິງຮ່ວມໃຈພັດທະນາ MHP ໄດ້ລົງຖ່າຍທໍາວີດີໂອສັ້ນການປະຕິບັດກິດຈະກໍາຂອງຄອບຄົວເປົ້າໝາຍຂອງໂຄງການຢູ່ພາຍໃນ 4 ບ້ານເປົ້າໝາຍຂອງ ເມືອງຜາອຸດົມ ແຂວງບໍ່ແກ້ວ ນໍາພາທີມງານໂດຍ ທ່ານ ວັນນະພຸດ ເພັດສຸດາລາ ຫົວໜ້າໂຄງການພັດທະນາ ເສດຖະກິດຊົນນະບົດ ເພື່ອປັບປຸງຊິວິດການເປັນຢູ່ ຂອງຊາວກະສິກອນ ໃນແຂວງ ບໍ່ແກ້ວ, ມີທ່ານ ຄໍາເຄື່ອງ ວິໄລພອນ ຜູ້ປະສານງານໂຄງການຂັ້ນແຂວງ ພ້ອມດ້ວຍທີມງານ, ມີຜູ້ປະສານງານໂຄງການຂັ້ນເມືອງ ປະຊາຊົນຄອບຄົວເປົ້າໝາຍຂອງໂຄງການ 4 ບ້ານເຂົ້າຮ່ວມ.
ຈຸດປະສົງ ເພື່ອລົງສໍາພາດ-ຖ່າຍທໍາວີດີໂອ ເພື່ອສ້າງເປັນຄູ່ມືຜົນຂອງການຈັດຕັ້ງປະຕິບັດກິດຈະກໍາຕົວຈິງຂອງກຸ່ມໄວໜຸ່ມໃນເຂດບ້ານເປົ້າໝາຍຂອງໂຄງການ, ເພື່ອໃຫ້ໄວໜຸ່ມຍິງ-ຊາຍ ແລະຊາວບ້ານເຂດບ້ານອື່ນໃຫ້ມີຄູ່ມື ແລະເຕັກນິກ, ມີຄວາມຮູ້, ມີຄວາມເຂົ້າໃຈ ແລະສາມາດນໍາມາເອົາເປັນບົດຮຽນເພື່ອສ້າງເປັນລາຍຮັບໄດ້ ໃນຮູບແບບກະສິກໍາທີ່ທັນສະໄໝ ເຊິ່ງຜູ້ຊົມທາງອອນລາຍສາມາດເຫັນເຖິງຜົນສໍາເລັດຂອງກິດຈະກໍາໂຄງການ( ຊີຣຽວ C-REAL ) ແບບຍືນຍົງ ແລະຍາວນານ, ສາມາດນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນຄອບຄົວ ແລະບ້ານຂອງເຂົາເຈົ້າໄດ້ເປັນຢ່າງດີ, ການລົງປະຕິບັດກິດຈະກໍາຖ່າຍທໍາວີດີໂອສັ້ນກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງ( ຊີຣຽວ C-REAL ), ຢູ່ 4 ບ້ານເປົ້າໝາຍ ຄື ບ້ານພຽງເທິງ, ບ້ານກາງ, ບ້ານໂຮມສຸກ ແລະບ້ານຫາງດອຍ, ໃນຄັ້ງນີ້, ທີມງານໄດ້ສໍາພາດຕົວແທນການປະຕິບັດກິດຈະກໍາກຸ່ມປູກແຂມຢູ່ບ້ານພຽງເທິງ, ໃນການສາທິດວິທີການປູກ, ການບົວລະບັດຮັກສາ, ສົມທຽບວິທີການແກ້ໄຂຊີວິດການເປັນຢູ່ໃນເມືອກ່ອນກັບປັດຈຸບັນ ເປັນຕົ້ນແມ່ນການເກັບແຂມຈາກທໍາມະຊາດກັບການເກັບແຂມຈາກສວນປູກ, ຍົກໃຫ້ເຫັນຂໍ້ສະດວກ- ຂໍ້ຫຍຸ້ງຍາກ, ສໍາພາດກຸ່ມແມ່ຍິງຖັກຍູກວາດຂອງກຸ່ມທັກຍູກວາດບ້ານກາງ, ການເກັບຮັກສາແຂມ, ສາທິດວິທີການທັກຍູກວາດ, ການຊອກຫາຕະຫຼາດຈໍາໜ່າຍຍູກວາດ, ສໍາພາດກຸ່ມປູກເຂົ້ານາແບບຢອດເມັດໃນການຈັດຕັ້ງປະຕິບັດການປູກເຂົ້ານາໃນເມື່ອກ່ອນ ກັບ ການປູກແບບວິທະຍາສາດເຊິ່ງວິຊາການແນະນໍາວິທີການປູກ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຕົ້ນທຶນ, ແຮງງານນໍາໃຊ້ເຂົ້າໃນການທໍາການຜະລິດ ແລະຜົນທີ່ໄດ້ຮັບ, ສໍາພາດກຸ່ມປູກຫຍ້າລ້ຽງງົວທອມຢູ່ບ້ານຫາງດອຍ, ວິທີການທອມງົວ, ການປະສົມອາຫານງົວ, ສົມທຽບໃນເມືອກ່ອນກັບປັດຈຸບັນ ເຫັນວ່າມີຄວາມແຕກໂຕນກັນຫຼາຍ ໃນການຂາຍງົວທີ່ລ້ຽງແບບທໍາມະຊາດ ກັບ ການທອມງົວແລ້ວຈິ່ງຂາຍອອກແມ່ນໄດ້ລາຄາທີ່ດີກວ່າ. ກິດຈະກໍາດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນທຶນໂດຍໂຄງການພັດທະນາ ເສດຖະກິດຊົນນະບົດ ເພື່ອປັບປຸງຊິວິດການເປັນຢູ່ ຂອງຊາວກະສິກອນ ໃນແຂວງ ບໍ່ແກ້ວ( ຊີຣຽວ C-REAL )
ພາບ-ຂ່າວ: ໂສພາ ທິບພະວົງ. ວິຊາການຂ່າວຄະນະໂຄສະນາອົບຮົມເມືອງຜາອຸດົມ.