



ຕອນແລງຂອງວັນທີ 10 ກັນຍາ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີປະກາດລຸລ່ວງໃຫ້ນາຍທະຫານພັກການເພື່ອກຽມຮັບບຳນານ. ໂດຍການເປັນປະທານຂອງສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ 7 ຫ້ອງ, ພະແນກການ, ຕະຫຼອດຮອດນາຍທະຫານຮອດອາຍຸກະສຽນພັກການກຽມຮັບບຳນານ.
ສະຫາຍ ພັນໂທ ບຸນຄ້ຳ ຄຳພັນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ ພັກການເພື່ອກຽມເຂົ້າຮັບບໍານານ ຈຳນວນ 5ສະຫາຍ ໃນນີ້ໄດ້ຕົກລົງ: ໃຫ້ສະຫາຍ ພັນໂທ ເຄນ ແກ້ວດາລາ ຮອງຫົວໜ້າຫ້ອງການເມືອງ ທະຫານແຂວງບໍ່ແກ້ວ ພັກການເພື່ອກຽມຮັບບຳນານ,ສະຫາຍ ພັນໂທ ຄຳເພັດ ຮັກຂັນສາ ຫົວໜ້າພະແນກວິທະຍາສາດ-ປະຫວັດສາດ ການທະຫານ ທະຫານແຂວງບໍ່ແກ້ວ ພັກການເພື່ອປິ່ນປົວສຸຂະພາບ,ສະຫາຍ ພັນໂທ ຈັນແກ້ວ ຍົດສົມສັກ ຫົວໜ້າການທະຫານ ທະຫານເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພັກການເພື່ອກຽມຮັບບຳນານ, ສະຫາຍ ພັນໂທ ນາງ ບົວທິບ ເພັດບຸນມີ ຮອງຫົວໜ້າພະແນກເສນາຮັກ ທະຫານແຂວງບໍ່ແກ້ວ ພັກການເພື່ອກຽມຮັບບຳນານ,ສະຫາຍ ພັນໂທ ແສງທອງ ຂັນມະນີ ຫົວໜ້າຂະແໜງການທະຫານທ້ອງຖິ່ນ ທະຫານເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພັກການເພື່ອກຽມຮັບບຳນານ.
ໂອກາດນີ້, ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ໄດ້ໂອ້ລົມຕໍ່ນາຍທະຫານທີ່ໄດ້ຮອດອາຍຸກະສຽນພັກການກຽມຮັບບຳນານ ສະຫາຍໄດ້ຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາສະຫາຍ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ,ເວົ້າລວມ ເວົ້າສະເພາະແມ່ນການປະກອບສ່ວນທັງ ແຮງກາຍ ແລະ ສະຕິປັນຍາ ເຂົ້າໃນການພັດທະນາກົມກອງໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ເຮັດສໍາເລັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ເປັນຢ່າງດີ, ພ້ອມທັງ, ເນັ້ນໜັກໃຫ້ສືບຕໍ່ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ-ນັກຮົບຮຸ່ນສືບທອດ ແລະ ເປັນເຈົ້າການສຶກສາອົບຮົມລູກຫຼານປະຕິບັດລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ, ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະ ສີວິໄລຢ່າງບໍ່ຢຸດຢັ້ງ.
ຂ່າວໂດຍ: ນີ່ ທຳມະວົງ.