



ໃນວັນທີ 10 ກັນຍາ 2026 ນີ້ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີປາຖະກະຖາວັນຊາດ ສາທາລະນາລັດສັງຄົມນີຍົມຫວຽດນາມ ຄົບຮອບ 81 ປີ ( 2 ກັນຍາ 1945 – 2 ກັນຍາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າຄົບຮອບ 24 ປີ ( 9 ກັນຍາ 2002- 9 ກັນຍາ 2026 ) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ. ມີຄະນະພັກ-ຄະນະບັນຊາ 7 ຫ້ອງ, ພະແນກການ, ກອງຮ້ອຍ 14, ກອງຮ້ອຍ 310, ກອງຮ້ອຍ 231 ແລະ ໂຮງໝໍທະຫານແຂວງ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມຮັບຟັງ.
ໃນພິທີ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຕະຫຼອດໄລຍະ 24 ປີຜ່ານມາ. ເຊິ່ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ແມ່ນອົງການຈັດຕັ້ງມະຫາຊົນໜຶ່ງ ທີ່ຢູ່ພາຍໃຕ້ການນຳພາໂດຍກົງ ແລະ ຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ, ເປັນບ່ອນເຕົ້າໂຮມເອົານາຍ ແລະ ພົນທະຫານ, ນັກຮົບປະຕິວັດຜູ້ທີ່ມີຜົນງານ, ມີຄຸນງາມຄວາມດີ ແລະ ເສຍສະຫຼະເລືອດເນື້ອເພື່ອພາລະກິດຕໍ່ສູ້ກູ້ຊາດ ກໍຄືການປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ພ້ອມດຽວກັນນັ້ນກໍ່ຍັງໄດ້ຫວນຄືນມູນເຊື້ອປະຫວັດສາດອັນສະຫງ່າລາສີ ຂອງວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ. ນັບຕັ້ງແຕ່ວັນທີ 2 ກັນຍາ 1945 ທີ່ປະທານ ໂຮ່ຈີມິນ ໄດ້ອ່ານຖະແຫຼງການເອກະລາດ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ສສ ຫວຽດນາມ ໃນປັດຈຸບັນ), ເຫດການດັ່ງກ່າວບໍ່ພຽງແຕ່ເປັນຂີດໝາຍແຫ່ງການປົດປ່ອຍປະຊາຊົນຫວຽດນາມອອກຈາກແອກປົກຄອງຂອງພວກລັດທິລ່າເມືອງຂຶ້ນເທົ່ານັ້ນ, ແຕ່ຍັງເປັນການເປີດສັງກາດໃໝ່ ໃຫ້ແກ່ການພັດທະນາປະເທດຊາດຫວຽດນາມ ໃຫ້ມີຄວາມຈະເລີນຮຸ່ງເຮືອງເຂັ້ມແຂງມາຮອດປັດຈຸບັນ.
ການປາຖະກະຖາໃນຄັ້ງນີ້, ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ເຂົ້າໃຈຕໍ່ມູນເຊື້ອອັນດີງາມຂອງວັນດັ່ງກ່າວ, ເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ສ້າງຄວາມສາມັກຄີປອງດອງ, ມີສະຕິລະວັງຕົວຕໍ່ກົນອຸບາຍທໍາລາຍມ້າງເພຂອງອິດທິກໍາລັງປໍລະປັກ ພ້ອມກັນຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ ໂດຍສະເພາະແມ່ນຈິດໃຈຮັກຊາດອັນສູງສົ່ງ ຍອມເສຍສະຫຼະທຸກສິ່ງທຸກຢ່າງເພື່ອປະເທດຊາດ ແລະ ປະຊາຊົນ, ທັງເປັນເຈົ້າການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ.
ໂດຍ: ພາກ ສຸທິປັນຍາ