
ໃນວັນທີ 10 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງບໍ່ແກ້ວ ໄດ້ຈັດພິທີປາຖະກະຖາ ເລົ່າມູນເຊື້ອ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945 – 2 ກັນຍາ 2026) ແລະ ວັນສ້າງຕັ້ງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002 – 9 ກັນຍາ 2026) ໂດຍການເປັນປະທານຂອງ ທ່ານ ສຸລິເດດ ບັນດາກອນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທໍາແຂວງ, ມີຄະນະພັກ-ຄະນະພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ສຸລິເດດ ບັນດາກອນ ໄດ້ເລົ່າຄືນມູນເຊື້ອຄວາມເປັນມາຂອງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ ( 2 ກັນຍາ 1945 – 2 ກັນຍາ 2026 ), ເຊິ່ງທ່ານໄດ້ຍົກໃຫ້ເຫັນ ມູນເຊື້ອພິລະອາດຫານຂອງປະຊາຊົນຫວຽດນາມ, ພາຍໃຕ້ການນໍາ ພາຂອງພັກກອມມູນິດຫວຽດນາມໃນການຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບ ໃໝ່ ເພື່ອຍາດເອົາເອກະລາດ ແລະ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງຫວຽດນາມ, ທັງເປັນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ເປັນປັດ ໃຈອັນສໍາຄັນຕັດສີນໄຊຊະນະຂອງການປະຕິວັດ ລາວ-ຫວຽດນາມ ໃນພາລະກິດຕໍ່ສູ້ປົດ ປ່ອຍຊາດ ກໍ່ຄືພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທັງສອງປະເທດຈົນ ເຖິງປະຈຸບັນ.
ຫຼັງຈາກນັ້ນ, ທ່ານ ວິພົງ ບົວອາໄພ ຮອງຫົວໜ້າພະແນກຍຸຕິທໍາແຂວງ ໄດ້ເລົ່າຄືນມູນເຊື້ອວັນສ້າງຕັ້ງສະຫະ ພັນນັກຮົບເກົ່າແຫ່ງຊາດລາວ ( ວັນທີ 9 ກັນຍາ 2002 – 9 ກັນຍາ 2026 ) ຄົບຮອບ 24 ປີ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນໃນຖັນແຖວນັກຮົບເກົ່າປະຕິວັດລາວ ແລະ ເປັນວັນປະຫວັດສາດອີກວັນໜື່ງຂອງປວງຊົນລາວທັງຊາດ ເວົ້າລວມເວົ້າສະເພາະ ແມ່ນວັນກຳເນີດອົງການນັກຮົບເກົ່າ, ຊື່ງລ້ວນແລ້ວ ແມ່ນຜູ້ໄດ້ຜ່ານການປະຕິບັດໜ້າທີ່ອັນມີກຽດສະຫງ່າຂອງຕົນ ທິ່ໄດ້ຜ່ານການເປັນນັກຮົບປ້ອງກັນຊາດ ປ້ອງກັນຄວາມສະຫງົບ ເປັນຜູ້ໄດ້ຜ່ານການທົດສອບໃນແປວໄຟສົງຄາມ ເຮັດການຕໍ່ສູ້ກູ້ຊາດຕີເອົາໄຊຊະນະຈາກພວກຈັກກະພັດລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່ ຍາດເອົາຄວາມເປັນເອກະລາດແຫ່ງຊາດ ມີບົດຮຽນໃນການກໍ່ສ້າງຮາກຖານການເມືອງຂົນຂວາຍປູກລະດົມປະຊາຊົນ ແລະ ຄວາມຊຳນິຊຳນານ ໃນການປັບປຸງກໍ່ສ້າງກຳລັງ, ເປັນຜູ້ຊື່ສັດບໍລິສຸດຕໍ່ພັກ ຕໍ່ປະຊາຊົນ ຍາມໃດກໍ່ກຽມພ້ອມຕໍ່ສູ້ສັດຕູເພື່ອປະເທດຊາດ ເພື່ອປະຊາຊົນ ຢ່າງແທ້ຈິງ.
ພາບ-ຂ່າວ: ພຸດທະຈັກ ວິໄລພອນ