




ໃນວັນທີ 9 ກັນຍາ 2026 ນີ້ ຢູ່ທີ່ສະໂມສອນກອງຮ້ອຍທະຫານຊາຍແດນ 124 ໄດ້ຈັດພິທີມອບ-ຮັບໜ້າທີ່ຄະນະບັນຊາ ກອງຮ້ອຍທະຫານຊາຍແດນ 124 ແລະ ກອງຮ້ອຍທະຫານຊາຍແດນ 125 ທີ່ຂຶ້ນກັບຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງບໍ່ແກ້ວ, ໂດຍໃຫ້ກຽດເປັນປະທານຂອງສະຫາຍ ພັນໂທ ຄຳພັນ ດາລາສັກ ຮອງຫົວໜ້າຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງພາຍໃນກົມກອງເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພັນໂທ ມານິດ ຈັນສີ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານຢູ່ກອງຮ້ອຍທະຫານຊາຍແດນ 124, 125 ກອງບັນຊາການທະຫານແຂວງບໍ່ແກ້ວຕົກລົງ ຍົກຍ້າຍ ສະຫາຍ ພັນໂທ ຄຳແກ້ວ ແສງຄຳຍອງ ຫົວໜ້າການເມືອງກອງຮ້ອຍທະຫາຍຊາຍແດນ 124 ເປັນຫົວໜ້າການເມືອງກອງຮ້ອຍທະຫານຊາຍແດນ 123, ຍົກຍ້າຍສະຫາຍ ພັນຕີ ຫຸມພັນ ຂັນທະວີພອນ ຮອງຫົວໜ້າກອງຮ້ອຍ 124 ເປັນຮອງຫົວໜ້າກອງຮ້ອຍ 14 ຮັບຜິດຊອບວຽກງານພາລາທິການ-ເຕັກນິກ, ແຕ່ງຕັ້ງສະຫາຍ ພັນໂທ ແສງອາລຸນ ພິມມະສອນ ຫົວໜ້າການເມືອງກອງຮ້ອຍທະຫານຊາຍແດນ 123 ເປັນຫົວໜ້າການເມືອງກອງຮ້ອຍທະຫານຊາຍແດນ 124 , ສະຫາຍ ພັນຕີ ຄຳເຮືອງ ມະນິລາ ເປັນຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 125, ສະຫາຍ ພັນຕີ ບຸນລອດ ວິໄລເພັດ ເປັນຮອງຫົວໜ້າກອງຮ້ອຍທະຫານຊາຍແດນ 124 ຮັບຜິດຊອບວຽກງານພາລາທິການ-ເຕັກນິກ ແລະ ແຕ່ງຕັ້ງຂັ້ນໝວດ, ໝູ່ ທີ່ຂື້ນກັບກອງຮ້ອຍທະຫານຊາຍແດນ 124, 125 ອີກຈຳນວນໜຶ່ງ. ໂອກາດດຽວກັນນີ້ ສະຫາຍ ພັນໂທ ຄຳພັນ ວິລະສັກ ຫົວໜ້າພະແນກຈັດຕັ້ງພັກ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາໜ່ວຍພັກກອງຮ້ອຍທະຫານຊາຍແດນ 124 ແລະ ຄະນະໜ່ວຍພັກ ກອງຮ້ອຍທະຫານຊາຍແດນ 125 ໂດຍບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ແສງອາລຸນ ພິມມະສອນ ເປັນເລຂາໜ່ວຍພັກກອງຮ້ອຍທະຫານຊາຍແດນ 124, ສະຫາຍ ພັນຕີ ຄຳເຮືອງ ມະນີລາ ເປັນຮອງເລຂາໜ່ວຍພັກ ກອງຮ້ອຍທະຫານຊາຍແດນ 125. ໂອກາດດຽວກັນນີ້ ຍັງໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ຫົວໜ້າຜູ້ເກົ່າ ແລະ ຜູ້ໃໝ່ຕື່ມອີກ.
ໂອກາດນີ້ສະຫາຍ ພັນໂທ ຄຳພັນ ດາລາສັກ ປະທານພິທີໄດ້ມີຄຳເຫັນໂອ້ລົມກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ-ຄະນະບັນຊາຊຸດເກົ່າສາມາດຍາດມາໄດ້ໃນໄລຍະຜ່ານມາ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ສະຫາຍຍັງໄດ້ເນັ້ນໜັກຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງເພີ່ມທະວີຄວາມຮັບຜິດຊອບການເມືອງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ການເຮັດວຽກຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ສືບຕໍ່ຮັບປະກັນໃນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງບໍ່ແກ້ວ ທາງດ້ານວຽກງານຕ່າງໆໃຫ້ມີຄວາມວ່ອງໄວ ແລະ ມີຜົນສຳເລັດສູງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະ, ມີລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາການສາມາດຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ.
ໂດຍ: ພາກ ສຸທິປັນຍາ