



ໃນທ້າຍອາທິດຜ່ານມານີ້, ຢູ່ທີ່ ກອງບັນຊາການ ປກສ ເມືອງປາກທາ ໄດ້ເປີດກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 04 ບຸກ ປະຈຳປີ 2026 ແລະ ວາງທິດທາງແຜນການປະຈຳປີ 2027 ຂອງໜ່ວຍຊາວໜຸ່ມ ປກສ ເມືອງປາກທາ, ໂດຍການເປັນປະທານຂອງສະຫາຍ ຮອ ສົມບູນ ປັນຍາເນດ ຄະນະປະຈຳຊາວໜຸ່ມເມືອງ, ເລຂາໜ່ວຍຊາວ ໜຸ່ມ ປກສ ເມືອງປາກທາ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພັທ ສຸພະຈອນ ພອນສະຫວັດ ຄະນະພັກຮາກຖານ, ຮອງກອງບັນຊາການ ປກສ ເມືອງປາກທາ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ສະຫາຍ ນາງ ສາຄອນ ສອນພິທັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ມີບັນດາຄະນະຮັບຜິດຊອບ ຕະຫຼອດຮອດສະມາຊິກຊາວໜຸ່ມ ພາຍໃນໜ່ວຍ ເຂົ້າຮ່ວມທັງໝົດ 35 ສະຫາຍ, ຍິງ 03 ສະຫາຍ.
ກອງສະຫາຍ ຮອ ສົມບູນ ປັນຍາເນດ ຄະນະປະຈຳຊາວໜຸ່ມເມືອງ, ເລຂາໜ່ວຍຊາວໜຸ່ມ ປກສ ເມືອງປາກທາ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງແຂ່ງ 04 ບຸກ ປະຈຳປີ 2026 ແລະ ທິດທາງແຜນການໃນປີ 2027 ເຊິ່ງໃນບົດສະຫຼຸບ ໄດ້ຍົກໃຫ້ເຫັນບັນດາສະພາບລວມຂອງໜ່ວຍຊາວໜຸ່ມ ປກສ ເມືອງປາກທາ ພາຍໃນໜ່ວຍມີ ສະມາຊິກຊາວໜຸ່ມທັງໝົດ 36 ສະຫາຍ ຍິງ 04 ສະຫາຍ, ເປັນສະມາພັກສົມບູນ 26 ສະຫາຍ, ຍິງ 03 ສະຫາຍ, ມະຫາຊົນ 10 ສະຫາຍ, ຍິງ 01 ສະຫາຍ, ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 04 ບຸກ ໃນໄລຍະ 01 ປີ ທີ່ຜ່ານມາໄດ້ມີຜົນສໍາເລັດຫຼາຍດ້ານເຊິ່ງມັນໄດ້ສະແດງອອກຄື: ສະມາຊິກຊາວໜຸ່ມຢູ່ໃນໜ່ວຍແຕ່ລະສະ ຫາຍມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ອຸດົມການສັງຄົມນິຍົມຂອງພັກ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ຕໍ່ປະເທດ ຊາດ ແລະ ຕໍ່ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ມີວິໄສທັດເບິ່ງກວ້າງມອງໄກ, ມີວິທີຄິດແບບໃໝ່, ເຄົາລົບລະບຽບ ກົດໝາຍ, ມີຄວາມສາມັກຄີເປັນປຶກແຜນທັງພາຍໃນ ແລະ ພາຍນອກ, ມີນໍ້າໃຈເສຍສະຫຼະປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງຕັ້ງໜ້າ, ຊອກຮູ້ຮໍ່າຮຽນນໍາໃຊ້ວິທະຍາສາດ-ເຕັກ ໂນໂລຊີທີທັນສະໄໝ ເຂົ້າໃນການປະຕິບັດໜ້າທີ່ວຽກງານ, ແລະ ໄດ້ໄປຍົກລະດັບວິຊາສະເພາະຂັ້ນຕ່າງໆ ເພື່ອຍົກ ສູງຄວາມຮູ້ຄວາມສາມາດຂອງຕົນ, ມີສະຕິຕື່ນຕົວສູງໃນການປະຕິບັດລະບຽບວິໄນ, ຂໍ້ຫ້າມ, ມະຕິຄໍາສັ່ງຂອງຂັ້ນ ເທິງ ແລະ ການຈັດຕັ້ງວາງອອກ, ສຸມໃສ່ທຸກກຳລັງທາງດ້ານເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດປະຕິວັດ ຢ່າງຕັ້ງໜ້າ ເຊິ່ງໄດ້ສະແດງອອກໃນໄລຍະ 01 ປີ ທີຜ່ານມາມີສະມາຊີກຊາວໜຸ່ມໄດ້ໄປຍົກລະດັບວິຊາສະເພາະຈໍາ ນວນ 06 ສະຫາຍຄື: ວິທະຍາຄານຕໍາຫຼວດປະຊາຊົນ 01 ສະຫາຍ, ວິທະຍາຄານສັນຕິບານປະຊາຊົນ 01 ສະຫາຍ, ວິທະຍາໄລສັນຕິບານ 02 ສະຫາຍ, ວິທະຍາໄລຕຳຫຼວດປະຊາຊົນ 01 ສະຫາຍ, ມີສະມາຊິກຊາວໜຸ່ມເຂົ້າຮຽນສະ ໜັບສະໜູນ 02 ສະຫາຍ ໄດ້ອອກໃບສະເໜີຍົກຍ້າຍສະມາຊິກຊາວໜຸ່ມ 07 ສະຫາຍ, ພາຍໃນໜ່ວຍມີ ເງິນກອງ ທຶນ 2,500,000 ກີບ, ເງິນຄັງສະສົມ 1,040,000 ກີບ ແລະ ເງິນກິລາ 12,139,000 ກີບ, ນອກຈາກນີ້ຍັງໄດ້ປິ່ນ ອ້ອມບັນດາວຽກງານວິຊາສະເພາະ ແລະ ຂະບວນຕ່າງດັ່ງນີ້: ໄດ້ເຄື່ອນໄຫວປະຕິບັດວຽກງານວິຊາສະເພາະແກ້ໄຂ ປະກົດການຫຍໍ້ທໍ້, ປ້ອງກັນກອງປະຊຸມ, ປ້ອງກັນການນໍາ, ແລະ ວັນບຸນສໍາຄັນຕ່າງໆຂອງພັກຂອງຊາດ, ໄດ້ສ້າງຂະບວນການອອກແຮງງານປັບປຸງບູລະນະກົມກອງ, ເຂົ້າຮ່ວມການອອກແຮງງານຂອງເມືອງ ແລະ ບ້ານ, ເຂົ້າຮ່ວມຂະບວນການກິລາຕ່າງໆຂອງເມືອງຢ່າງຕັ້ງໜ້າ.
ຈາກນັ້ນກໍ່ໄດ້ຮັບຟັງການເຊື່ອມຊຶມເອກະສານສໍາຄັນກ່ອນການປະເມີນຈາກສະຫາຍ ພັທ ສຸພະຈອນ ພອນສະຫວັດ ຮອງກອງບັນຊາການ ປກສ ເມືອງປາກທາ ເປັນຕົ້ນ: ເນື້ອໃນຕ້ານ ແລະ ສະກັດກັ້ນປະກົດຫຍໍ້ທໍ້ໃນໝູ່ຊາວໜຸ່ມ ແລະ ສະຫາຍ ຮອ ສົມບູນ ປັນຍາເນດໄດ້ຜ່ານເອກະສານຝຶກຝົນ ຄຸນສົມບັດສິນທຳປະຕິວັດແມ່ນໜ້າທີ່ຂອງຊາວໜຸ່ມ
ພ້ອມດຽວກັນນີ້, ສະຫາຍ ນາງ ສາຄອນ ສອນພິທັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ເມືອງປາກທາ ໄດ້ຂື້ນ ຜ່ານບົດແນະນໍາ ສະບັບເລກທີ 333/ລຂ ລົງວັນທີ 02 ກໍລະກົດ 2021 ວ່າດ້ວຍການຈັດຕັ້ງປະຕິບັດຂະບວນການ ຂໍ້ແຂ່ງຂັນ 04 ບຸກຂອງຊາວໜຸ່ມລາວ.
ຈາກນັ້ນ, ສະມາຊີກຊາວໜຸ່ມພາຍໃນໜ່ວຍໄດ້ ຜ່ານບົດປະເມີນຂອງຕົນເອງເຊິ່ງຍົກໃຫ້ ເຫັນດ້ານດີ-ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ ຢ່າງເປັນຂະບວນຟົດຟື້ນ ແລະ ຖືກຕ້ອງຕາມ ຫຼັກການ, ເພື່ອແກ້ໄຂ, ປັບປຸງ ແລະ ກໍ່ສ້າງເຊິ່ງກັນແລະກັນ.
ໃນຕອນທ້າຍກອງປະຊຸມສະຫາຍ ພັທ ສຸພະຈອນ ພອນສະຫວັດ ຄະນະພັກຮາກຖານ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກທາ ໄດ້ໃຫ້ກຽດໂອ້ລົມ ຊີ້ນໍາຫຼາຍບັນຫາຕໍ່ກັບສະມາຊິກຊາວໜຸ່ມ, ກ່ອນອື່ນສະຫາຍ ໄດ້ຍ້ອງຍໍ ຊົມເຊີຍຜົນສໍາເລັດໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນຂອງຊາວໜຸ່ມພາຍໃນໜ່ວຍ ເຊິ່ງສະມາຊິກຊາວໜຸ່ມ ໄດ້ມີຄວາມຈູບຈ້າວຫ້າວຫັນໃນການປະຕິບັດວຽກງານຕ່າງໆຮອບດ້ານ ແລະ ເນັ້ນໜັກໃສ່ບາງບັນຫາທີ່ຕ້ອງສືບຕໍ່ ປະຕິບັດໃຫ້ເລິກເຊິງ ເຊັ່ນ: ເອົາໃຈໃສ່ເພີ່ມທະວີໃນການເຮັດວຽກງານການເມືອງແນວຄິດຢູ່ໃນໝູ່ຄະນະກໍ່ຄືຢູ່ພາຍ ໃນໜ່ວຍຊາວໜຸ່ມ ໃຫ້ມີຄວາມເປັນເອກະພາບສູງ ເສີມຂະຫຍາຍທາດແທ້ມູນເຊື້ອຂອງກໍາລັງ ປກສ ກໍ່ຄືຂອງຊາວ ໜຸ່ມປະຊາຊົນປະຕິວັດລາວໃຫ້ກວ້າງຂວາງ ແລະ ທົ່ວເຖິງກວ່າເກົ່າ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ ຖືກຕ້ອງສອດຄ່ອງ, ຈັດຕັ້ງປະຕິບັດຂໍ້ແຂ່ງຂັນຕິດພັນກັບການເສີມຂະຫຍາຍ ແລະ ຮັກສາມູນເຊື້ອໜ່ວຍຊາວໜຸ່ມ 04 ບຸກ ໃຫ້ເຂົ້າສູ້ພຶດຕິກຳຕົວຈິງ ໃຫ້ຕິດພັນກັບວຽກງານວິຊາສະເພາະ ດ້ວຍການມອບໝາຍວຽກງານຕ່າງໆ ພ້ອມ ທັງເປັນແບບຢ່າງນໍາໜ້າ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ຮອບດ້ານ ຊອກຮູ້ຮໍ່າຮຽນເອົາບົດຮຽນນໍາຜູ້ທີ່ມີປະສົບ ການ ຢູ່ນໍາວຽກງານຕົວຈິງໃຫ້ກວ້າງຂວາງໃນການພັດທະນາຕົນເອງ, ດຳລົງຊີວິດໃຫ້ປອດໃສ່ຂາວສະອາດ ເຄົາລົບ ນັບຖືລະບຽບກົດໝາຍ ຮີດຄອງປະເພນີອັນດີງານຂອງຊາດ ຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າ, ພ້ອມກັນຈັດຕັ້ງ ປະຕິບັດບັນດາມະຕິຄໍາສັ່ງຂອງຂັ້ນເທິງ, ປະຕິບັດກົດລະບຽບຂອງຊາວໜຸ່ມໃຫ້ໄດ້ດີກວ່າເກົ່າ, ເພີ່ມທະວີຄວາມ ກະຕືລືລົນເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານຂະບວນການຕ່າງໆ.
ຂໍ້ມູນ-ພາບ: ປກສ ເມືອງປາກທາ