ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຈັດພິທີປະກາດສ້າງຕັ້ງໂຮງຮຽນ ພ້ອມຍົກເວັ້ນຄ່າຮຽນ ແລະ ຄ່າໃຊ້ຈ່າຍ ຕະຫຼອດສົກຮຽນ 2026-2027.

ເມື່ອບໍ່ດົນມານິ້.ຢູ່ທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໄດ້ຈັດພິທີໄຂສົກຮຽນໃໝ່ 2026-2027 ແລະ ປະກາດສ້າງຕັ້ງໂຮງຮຽນອະນຸບານ,ປະຖົມ ແລະ ມັດທະຍົມຕອນຕົ້ນ ຢ່າງເປັນທາງການ.ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳແສງ ສຸລິຍະວົງ,ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ.ມີບັນດາທ່ານຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ, ອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ສະພາບໍລິຫານເຂດ, ກຸ່ມບໍລິສັດ ດອກງີ້ວຄຳ ຈຳກັດ, ອຳນາດການປົກຄອງເມືອງຕົ້ນເຜີ້ງ,ພະນັກງານ, ຄູ-ອາຈານ, ສະມາຄົມພໍ່ແມ່ນັກຮຽນ, ນັກຮຽນ ແລະ ປະຊາຊົນອ້ອມຂ້າງເຂົ້າຮ່ວມ.

ພິທີໄດ້ເລີ່ມຕົ້ນດ້ວຍການຊົມການສະແດງສິນລະປະຂອງນ້ອງນັກຮຽນ,ການເຄົາລົບທຸງຊາດ, ພ້ອມທັງປະກາດ ແລະ ມອບໃບອະນຸຍາດສ້າງຕັ້ງໂຮງຮຽນອະນຸບານ,ປະຖົມ ແລະ ມັດທະຍົມຕອນຕົ້ນ ໃຫ້ແກ່ກຸ່ມບໍລິສັດ ດອກງີ້ວຄຳ ຈຳກັດ ໃນນາມເຈົ້າຂອງກິດຈະການ.ຈາກນັ້ນ,ຜູ້ອຳນວຍການໂຮງຮຽນ ໄດ້ລາຍງານສະພາບລວມ,ການກະກຽມໄຂສົກຮຽນໃໝ່ ແລະ ແຜນວຽກຈຸດສຸມ ສົກຮຽນ 2026-2027, ໂຮງຮຽນມີເນື້ອທີ່ທັງໝົດ 13.142 ຕາແມັດ (ເນື້ອທີ່ອາຄານ 11.536 ຕາແມັດ). ເປັນໂຮງຮຽນທີ່ຍົກເວັ້ນຄ່າຮຽນໃຫ້ນັກຮຽນທຸກຄົນ, ສະໜອງປຶ້ມແບບຮຽນ, ອຸປະກອນການຮຽນ, ຊຸດນັກຮຽນ ແລະ ອາຫານທ່ຽງຟຣີ ໂດຍໄດ້ຮັບການລະດົມທຶນສະໜັບສະໜູນຈາກສັງຄົມ. ມີຄູ-ອາຈານ ທັງໝົດ 37 ທ່ານ (ຍິງ 29 ທ່ານ), ໃນນີ້ ເປັນຄົນລາວ 11 ທ່ານ, ຈີນ 22 ທ່ານ ແລະ ມຽນມາ 4 ທ່ານ; ລະດັບການສຶກສາ ມີປະລິນຍາໂທ 4 ທ່ານ, ປະລິນຍາຕີ 17 ທ່ານ, ອະນຸປະລິນຍາ 5 ທ່ານ, ຊັ້ນສູງ 8 ທ່ານ ແລະ ຊັ້ນກາງ 3 ທ່ານ. ມີນັກຮຽນທັງໝົດ 538 ຄົນ (ຍິງ 301 ຄົນ), ແບ່ງເປັນ ນັກຮຽນລາວ 350 ຄົນ, ມຽນມາ 181 ຄົນ, ຈີນ 50 ຄົນ ແລະ ໄທ 1 ຄົນ (ລວມ 582 ຄົນ).ພື້ນຖານໂຄງລ່າງ: ປະກອບມີ ອາຄານຫໍພັກ 6 ຊັ້ນ 1 ຫຼັງ (53 ຫ້ອງນອນ) ແລະ ອາຄານຮຽນ 2 ຫຼັງ ຄື:ຫຼັງທີ 1 ອາຄານຮຽນປະຖົມ ແລະ ມັດທະຍົມຕົ້ນ (ຕຶກ 3 ຊັ້ນ, ມີ 21 ຫ້ອງ; ເປັນຫ້ອງຮຽນ 18 ຫ້ອງ, ສະໂມສອນ, ຫ້ອງປະຊຸມ, ຫ້ອງສະໝຸດ, ຫ້ອງຄອມພິວເຕີ, ຫ້ອງຊ້ອມສິນລະປະ ແລະ ຫ້ອງນ້ຳ).ຫຼັງທີ 2: ອາຄານຮຽນອະນຸບານ (ຕຶກ 4 ຊັ້ນ, ມີ 19 ຫ້ອງ; ປະກອບມີ ຫ້ອງປະຊຸມ, ຫ້ອງຊ້ອມສິນລະປະ, ຫ້ອງຫຼິ້ນ, ຫ້ອງຄົວ ແລະ ຫ້ອງອາຫານ) ສຳລັບການກະກຽມຄວາມພ້ອມ, ທາງໂຮງຮຽນໄດ້ອອກປະກາດປຸກລະດົມຂົນຂວາຍ ພໍ່ແມ່ປະຊາຊົນໃນບ້ານກຸ່ມເປົ້າໝາຍ, ໂດຍສະເພາະ ບ້ານທີ່ຖືກຜົນກະທົບຈາກການພັດທະນາໂຄງການ ໃຫ້ສົ່ງລູກຫຼານເຂົ້າຮຽນ. ສ່ວນແຜນວຽກຈຸດສຸມໃນຕໍ່ໜ້າ ຈະສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ສັບຊ້ອນຄູສອນໃຫ້ຖືກຕ້ອງຕາມວຸດທິການສຶກສາ, ຈັດຝຶກອົບຮົມຫຼັກສູດຕ່າງໆ, ສົ່ງເສີມຂະບວນການກິລາ-ສິນລະປະ, ວຽກງານສຸຂະອະນາໄມ ແລະ ສູ້ຊົນສ້າງໂຮງຮຽນໃຫ້ກາຍເປັນໂຮງຮຽນຕົວແບບຂອງແຂວງໃນອະນາຄົດ.

ໃນໂອກາດນິ້. ທ່ານ ຄຳແສງ ສຸລິຍະວົງ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ໄດ້ໃຫ້ກຽດໂອລົມ ໂດຍເນັ້ນໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດຫຼັກສູດການສຶກສາ ໃຫ້ສອດຄ່ອງຕາມກົດໝາຍວ່າດ້ວຍການສຶກສາຂອງ ສປປ ລາວ. ພະນັກງານຄູ-ອາຈານ ຕ້ອງຍົກສູງຈິດໃຈຄວາມຮັບຜິດຊອບ, ເປັນແມ່ພິມຂອງຊາດ ແລະ ຄົ້ນຄວ້າຊອກຫາວິທີການສິດສອນທີ່ທັນສະໄໝ. ພ້ອມດຽວກັນ, ໄດ້ຮຽກຮ້ອງໃຫ້ນັກຮຽນຈົ່ງຕັ້ງໃຈຮ່ຳຮຽນ, ເຄົາລົບຄູ-ອາຈານ, ຟັງຄວາມພໍ່ແມ່, ມີຄວາມສາມັກຄີ ແລະ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນນັກຮຽນເກັ່ງ ແລະ ເປັນພົນລະເມືອງດີຂອງຊາດ.

ທ່ານ ກາວຫຼົງ, ຮອງປະທານສະພາບໍລິຫານເຂດ ໄດ້ມີຄຳເຫັນຕາງໜ້າໃຫ້ສະພາບໍລິຫານເຂດ ແລະ ກຸ່ມບໍລິສັດ ດອກງີ້ວຄຳ ຈຳກັດ ໂດຍຢືນຢັນວ່າ ຈະຍຶດໝັ້ນແນວຄິດ “ການສຶກສາເພື່ອການດຳລົງຊີວິດ, ການສຶກສາແບບຮອບດ້ານ ແລະ ການສຶກສາຟຣີ”ຄຽງຄູ່ກັບການຍົກສູງສະຫວັດດີການຂອງປະຊາຊົນ ເພື່ອໃຫ້ເດັກນ້ອຍທຸກຄົນໃນເຂດໄດ້ຮັບໂອກາດທາງການສຶກສາຢ່າງເທົ່າທຽມ ແລະມີຄຸນນະພາບ.

#ຂ່າວ: ເຂດເສດຖະກິດພິເສດສາມຫຼ່ຽມຄໍາ

#ກວດແກ້ຂ່າວໂດຍ: ເງິນຫຼົງ ຈິດພູວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa