ແຂວງບໍ່ແກ້ວມອບເງິນຊ່ວຍເຫຼືອແຂວງອຸດົມໄຊ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ.

 

ໃນເດືອນສິງຫາຜ່ານມາ ທີ່ແຂວງອຸດົມໄຊປະສົບກັບໄພນ້ຳຖ້ວມ ເຮັດໃຫ້ປະຊາຊົນ, ຊັບສິນ ແລະ ພື້ນຖານໂຄງລ່າງບາງສ່ວນໄດ້ຮັບຜົນກະທົບ, ແຂວງບໍ່ແກ້ວ ໄດ້ມອບເງິນເພື່ອຮ່ວມຊ່ວຍເຫຼືອຜູ້ປະສົບໄພ.

ພິທີມອບ-ຮັບເງິນຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນທີ່ໂຮງ ແຮມລາດສະວົງ ໃນວັນທີ 8 ກັນຍາ 2026ນີ້ ໂດຍມີ ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ, ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ ໄດ້ມອບເງິນຈຳນວນ 100.000.000ກີບ ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫຼືອ ແລະ ບັນເທົາຜົນກະທົບຈາກໄພນ້ຳຖ້ວມຄັ້ງນີ້; ຕາງໜ້າແຂວງອຸດົມໄຊຮັບໂດຍ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະ ພາປະຊາຊົນ ແຂວງອຸດົມໄຊ ແລະ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ທ່ານ ປອ ວົງສະຫວັນ ໄຊຍະວົງ

ການມອບເງິນຊ່ວຍເຫຼືອໃນຄັ້ງນີ້ ເປັນການສະແດງເຖິງນ້ຳໃຈ, ຄວາມສາມັກຄີ ແລະ ການເອື້ອອາທອນຊ່ວຍ ເຫຼືອເຊິ່ງກັນ ແລະກັນ ລະຫວ່າງສອງແຂວງ ບໍ່ແກ້ວ-ອຸດົມໄຊ ໃນຍາມທີ່ປະຊາຊົນປະສົບຄວາມລຳບາກ ພ້ອມທັງເປັນການຮ່ວມແຮງຮ່ວມໃຈຟື້ນຟູຊີວິດການເປັນຢູ່ຂອງປະຊາ ຊົນ ພາຍຫຼັງປະສົບໄພພິບັດ ໃຫ້ກັບເຂົ້າສູ່ສະພາບປົກກະຕິໂດຍໄວ. ພ້ອມດຽວກັນນີ້, ທ່ານ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຕາງໜ້າໃຫ້ແກ່ຊາວແຂວງອຸດົມໄຊ ໄດ້ສະແດງຄວາມຂອບໃຈມາຍັງຄະນະນຳ ແລະ ປະຊາຊົນແຂວງບໍ່ແກ້ວ ທີ່ໄດ້ມີນ້ຳໃຈອັນດີງາມ ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງຈະເປັນກຳລັງໃຈສຳຄັນໃຫ້ແກ່ປະຊາຊົນຜູ້ປະສົບໄພ ແລະ ຈະນຳເງິນຊ່ວຍເຫຼືອໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.

ການຮ່ວມສົ່ງຕໍ່ນ້ຳໃຈຊ່ວຍເຫຼືອໃນຄັ້ງນີ້ ນັບເປັນອີກໜຶ່ງການສະແດງເຖິງຄວາມສາມັກຄີ ແລະ ຄວາມເອື້ອອາ ທອນຂອງພາກສ່ວນຕ່າງໆ ເພື່ອຮ່ວມກັນຝ່າຟັນຜົນກະທົບຈາກໄພທຳມະຊາດ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບຄືນສູ່ພາວະປົກກະຕິ.

ຂ່າວ: ຈ.ຈັນທະລິດ

ພາບ: ຫ້ອງວ່າການແຂວງບໍ່ແກ້ວ ແລະ ຜູ້ສື່ຂ່າວແຂວງອຸດົມໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa