



ວັນທີ 2 ກັນຍາ 2026 ຜ່ານມານີ້ ຢູ່ທີ່ຫໍປະຊຸມບ້ານຫົວນໍ້າຄາ, ຕາແສງນໍ້າເມິງ, ເມືອງເມິງ, ແຂວງບໍ່ແກ້ວ ແນວລາວສ້າງຊາດເມືອງໄດ້ລົງເຜີຍແຜ່ ເອກະສານທີ່ສໍາຄັນຂອງແນວລາວສ້າງຊາດແຕ່ລະຂັ້ນ ໂດຍການເປັນປະທານຂອງທ່ານ ນິລະພົບ ທອງສະຫວັດ, ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນເມືອງ ແລະ ເຂົ້າຮ່ວມໂດຍ ທ່ານ ສ່ອງແກ້ວ ຈູມວຽງແກ້ວ, ຄະນະພັກຕາແສງ, ຮອງປະທານ ຄະນະກໍາມະການປົກຄອງຕາແສງນໍ້າເມິງ, ມີປະທານ, ຮອງປະທານ ຄະນະກໍາມະການປົກຄອງບ້ານ, ແນວລາວສ້າງຊາດບ້ານ ແລະ ພະນັກງານ – ສະມາຊິກພັກ ພາຍໃນເຂດຫົວນໍ້າຄາເຂົ້າຮ່ວມຮັບຟັງຈໍານວນ 26 ທ່ານ, ຍິງ 1 ທ່ານ.
ໃນພິທີຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ເນື້ອໃນມະຕິກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII, ມະຕິກອງປະຊຸມໃຫຍ່ ແນວລາວສ້າງຊາດແຂວງບໍ່ແກ້ວ ຄັ້ງທີ IX ແລະ ມະຕິກອງປະຊຸມໃຫຍ່ ແນວລາວສ້າງຊາດເມືອງເມິງ ຄັ້ງທີ VIII, ດໍາລັດ 315 ຂອງລັດຖະບານວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ, ຄໍາແນະນໍາ ຂອງທ່ານເຈົ້າແຂວງບໍ່ແກ້ວ ເລກທີ 1090/ຈຂ ກ່ຽວກັບການກໍ່ສ້າງວັດ, ໂບດ, ບ່ອນນະມັດສະ ການ, ບ່ອນປະຕິບັດທໍາ ແລະ ການຂະຫຍາຍການຈັດຕັ້ງສາສະໜາ, ການຂະຫຍາຍຜູ້ເຊື່ອຖືສາສະໜາທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງລັດ ຢູ່ພາຍໃນແຂວງບໍ່ແກ້ວ ແລະ ແຈ້ງການແນະນໍາ ຂອງປະທານ ຄະນະກໍາມະການປົກຄອງເມືອງເມິງ ກ່ຽວກັບການຈັດງານບຸນປະເພນີ ແລະ ພິທີກໍາຕ່າງໆ ຢູ່ພາຍໃນເມືອງເມິງ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເປັນເອກະພາບ, ເຊື່ອມຊຶມ, ກໍາແໜ້ນ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍ ຢູ່ແຕ່ລະບ້ານ ກໍ່ຄືຢູ່ພາຍໃນຕາແສງນໍ້າເມິງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດ ແລະ ໄດ້ຮັບຜົນດີ; ພ້ອມກັນນີ້ ໃນຕອນທ້າຍ ຂອງກອງປະຊຸມດັ່ງກ່າວ ກໍ່ໄດ້ມີການປຶກສາຫາລືເພື່ອຊອກຫາທາງອອກຮ່ວມກັນ ໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມເປັນ ຕົ້ນ: ແມ່ນການເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍທີ່ບໍ່ໄດ້ຮັບອານຸຍາດ, ບັນຫາຢາເສບຕິດ ( ຢາບ້າ, ຢາຝິ່ນ, ຄໍລາເຈນ, ນໍ້າກະ ທ່ອມ, ຢາສູບໄຟຟ້າ, ການປຸກລະດົມຊຸກຍູ້ລູກຫຼານຂອງຕົນ ໃຫ້ໄປເຂົ້າໂຮງຮຽນ ແລະ ການນໍາເອົາລູກຫຼານຂອງຕົນເຂົ້າຮ່ວມຂະບວນການສັກຢາ ແລະ ຢອດຢາກັນພະຍາດໃນເກນອາຍຸໃຫ້ຄົບຖ້ວນ.
ໃນຕອນທ້າຍ ຂອງກອງປະຊຸມ ທ່ານ ນິລະພົບ ທອງສະຫວັດ ກໍ່ໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ ໂດຍສະເພາະແນວລາວສ້າງຊາດແຕ່ລະບ້ານໃນເຂດຫົວນໍ້າຄາ ໃຫ້ເອົາໃຈໃສ່ຕັ້ງໜ້າເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະໜ້າທີ່ຂອງຕົນໃຫ້ແຂງແຮງ, ເປັນໃຈກາງເຕົ້າໂຮມຄວາມສາມັກຄີປອງດອງໃນທົ່ວສັງຄົມ; ສຶກສາອົບຮົມ, ປຸກລະດົມ ແລະ ຂົນຂວາຍປະຊາຊົນບັນດາເຜົ່າເຂົ້າຮ່ວມໃນການຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ ຂອງພັກ, ລະບຽບກົດໝາຍຂອງລັດ; ເອົາໃຈໃສ່ ເຕົ້າໂຮມຄວາມສາມັກຄີ ລະຫວ່າງ ຜູ້ເຊື່ອຖືສາສະໜາຕ່າງໆ ໃຫ້ເຄື່ອນໄຫວຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ ເຄົາລົບ ແລະ ປະຕິບັດກົດໝາຍ ຂອງລັດຢ່າງເຂັ້ມງວດ; ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ແກ້ໄຂ ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ແຕ່ລະບ້ານ, ແຕ່ລະສາສະໜາຕ່າງໆ ໃຫ້ມີຄວາມສະຫງົບ ແລະ ນໍາພາທຸກຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ – ໄວ ພ້ອມກັນເຂົ້າຮ່ວມພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ແຂວງບໍ່ແກ້ວ, ເມືອງເມິງ ກໍ່ຄືຄອບຄົວຂອງຕົນເອງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຮັ່ງມີເຂັ້ມແຂງຂຶ້ນເທື່ອລະກ້າວ.
ຂ່າວ: ອຸ່ນຄໍາ ຂັນວາລິດ