





ໃນວັນທີ 7 ກັນຍາ 2026 ນີ້, ຢູ່ທີ່ສະໂມສອນ ໂຮງຮຽນການທະຫານທ້ອງຖີ່ນ ໄດ້ຈັດພິທີ ມອບ-ຮັບໜ້າທີ່ ລະຫວ່າງ ຮອງຫົວໜ້າການທະຫານ ໂຮງຮຽນການທະຫານທ້ອງຖິ່ນ (ຜູ້ເກົ່າ) ແລະ ຮອງຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນ (ຜູ້ໃໝ່) ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສຸບິນ ສີຫາລາດ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ ມີຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບພາຍໃນກົມກອງ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ມານິດ ຈັນສີ ຫົວໝ້າພະແນກພະນັກງານ ກອງບັນຊາການທະຫານແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງຄະນະບັນຊາ ໂຮງຮຽນການທະຫານທ້ອງຖິ່ນ. ກອງບັນຊາການທະຫານແຂວງບໍ່ແກ້ວຕົກລົງ ຍົກຍ້າຍ ສະຫາຍ ພັນໂທ ສີສຸພັນ ລີຄະວົງ ຮອງຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນ ໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການທະຫານເມືອງຫ້ວຍຊາຍ, ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ສົມພຽນ ອິນທະວົງ ເປັນຮັກສາການຮອງຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນ. ໂອກາດດຽວກັນນີ້ ສະຫາຍ ພັນໂທ ຄຳພັນ ວິລະສັກ ຫົວໜ້າພະແນກຈັດຕັ້ງພັກ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານ, ຄະນະໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ ໂຮງຮຽນການທະຫານທ້ອງຖິ່ນ ກອງບັນຊາການທະຫານແຂວງບໍ່ແກ້ວ. ໂດຍບົ່ງຕົວແຕ່ງຕັ້ງ ສະຫາຍ ຮ້ອຍເອກ ສົມພຽນ ອິນທະວົງ ເປັນ ຄະນະພັກຮາກຖານ ທັງເປັນຮອງເລຂາໜ່ວຍພັກ 1 ໂຮງຮຽນການທະຫານທ້ອງຖີ່ນ, ພ້ອມດຽວກັນນີ້ ຍັງໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ຕື່ມອີກ.
ສະຫາຍ ພັນໂທ ສຸບິນ ສີຫາລາດ ປະທານພິທີກໍໄດ້ໂອ້ລົມ ແລະ ຊີ້ນຳຫຼາຍບັນຫາພ້ອມທັງເນັ້ນໜັກຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງເພີ່ມທະວີຄວາມຮັບຜິດຊອບການເມືອງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ການເຮັດວຽກຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ສືບຕໍ່ຮັບປະກັນໃນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງບໍ່ແກ້ວ ທາງດ້ານວຽກງານຕ່າງໆໃຫ້ມີຄວາມວ່ອງໄວ ແລະ ມີຜົນສຳເລັດສູງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະ, ມີລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາການສາມາດຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ.
ໂດຍ: ພາກ ສຸທິປັນຍາ