ພິທີມອບ-ຮັບໜ້າທີ່ຄະນະບັນຊາ ກອງຮ້ອຍທະຫານຊາຍແດນ 123.

ໃນວັນທີ 3 ກັນຍາ 2026 ນີ້, ຢູ່ທີ່ສະໂມສອນກອງຮ້ອຍທະຫານຊາຍແດນ 123 ໄດ້ຈັດພິທີມອບ-ຮັບໜ້າທີ່ຄະນະບັນຊາກອງຮ້ອຍ ທີ່ຂຶ້ນກັບຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງບໍ່ແກ້ວ, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ພັນໂທ ຄຳພັນ ດາລາສັກ ຮອງຫົວໜ້າຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງພາຍໃນກົມກອງເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ພັນໂທ ມານິດ ຈັນສີ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານຢູ່ກອງຮ້ອຍທະຫານຊາຍແດນ 123, ກອງບັນຊາການທະຫານແຂວງບໍ່ແກ້ວຕົກລົງຍົກຍ້າຍ: ສະຫາຍ ພັນໂທ ຄຳນວນ ບຸນວິໄລ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 123 ໄປຮັບ ໜ້າທີ່ໃໝ່ຢູ່ກອງບັນຊາການທະຫານເມືອງຫ້ວຍຊາຍ, ແຕ່ງຕັ້ງ ສະຫາຍ ພັນຕີ ພອນ ອຸ່ນສະຫວັນ ເປັນຫົວໜ້າການທະຫານ ກອງຮ້ອຍທະຫາຍຊາຍແດນ 123, ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ວຽງວິຈິດ ໄຊມູນຖີ ເປັນຮອງຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 123, ແຕ່ງຕັ້ງ ສະຫາຍ ພັນຕີ ສາລິກອນ ກັນຕະວົງ ເປັນຮອງຫົວໜ້າກອງຮ້ອຍ ຮັບຜິດຊອບວຽກງານພະລາທິການ-ເຕັກນິກ,ຍົກຍ້າຍ ສະຫາຍ ພັນຕີ ບຸນລອດ ວິໄລເພັດ ຮອງຫົວໜ້າກອງຮ້ອຍ ຮັບຜິດຊອບວຽກງານພະລາ-ເຕັກນິກ ກອງຮ້ອຍທະຫານຊາຍແດນ 123 ໄປຮັບໜ້າທີໃໝ່ ຢູ່ກອງຮ້ອຍທະຫານຊາຍແດນ 124. ໂອກາດດຽວກັນນີ້ ສະຫາຍ ພັນໂທ ຄຳພັນ ວິລະສັກ ຫົວໜ້າພະແນກຈັດຕັ້ງພັກ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກ ກອງຮ້ອຍທະຫານຊາຍແດນ 123 ໂດຍບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ຄຳແກ້ວ ແສງຄຳຍອງ ເປັນເລຂາໜ່ວຍພັກ, ສະຫາຍ ພັນຕີ ພອນ ອຸ່ນສະຫວັນ ເປັນຮອງເລຂາໜ່ວຍພັກ, ສະຫາຍ ຮ້ອຍໂທ ສິບຊາຍ ກິ່ງສີເຮືອງ  ເປັນກຳມະການໜ່ວຍພັກ ກອງຮ້ອຍທະຫານຊາຍແດນ 123. ໂອກາດດຽວກັນນີ້ ຍັງໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ຕື່ມອີກ.

ໂອກາດນີ້ ສະຫາຍ ພັນໂທ ຄຳພັນ ດາລາສັກ ປະທານພິທີໄດ້ມີຄຳເຫັນໂອ້ລົມກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍຍາດມາໄດ້ໃນໄລຍະຜ່ານມາ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ສະຫາຍຍັງໄດ້ເນັ້ນໜັກຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງເພີ່ມທະວີຄວາມຮັບຜິດຊອບການເມືອງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ການເຮັດວຽກຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ສືບຕໍ່ຮັບປະກັນໃນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງບໍ່ແກ້ວ ທາງດ້ານວຽກງານຕ່າງໆໃຫ້ມີຄວາມວ່ອງໄວ ແລະ ມີຜົນສຳເລັດສູງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະ, ມີລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາການສາມາດຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ.

ຂ່າວໂດຍ: ນີ່ ທຳມະວົງ.

ພາບໂດຍ: ສຸດທິແດນ ລັດຕະນາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa