



ໃນວັນທີໄດ້ 2 ກັນຍາ 2026 ນີ້ ຢູ່ສະໂສສອນກອງບັນຊາການທະຫານເມືອງປາກທາ ໄດ້ຈັດພິທີມອບ-ຮັບໜ້າທີ່ຄະນະບັນຊາ ທີ່ຂຶ້ນກັບກອງບັນຊາການທະຫານແຂວງບໍ່, ໂດຍໃຫ້ກຽດເປັນປະທານຂອງສະຫາຍ ພັນເອກ ແສງເພັດ ແສງມະນີ ກຳມະການພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ,ທ່ານ ສາລີ ວັນນະສານ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ,ມີພະແນກການທີ່ກ່ຽວຂ້ອງ, ແຂກຖືກເຊີນ, ຄະນະພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງພາຍໃນກົມກອງເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພັນໂທ ມານິດ ຈັນສີ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ, ກອງບັນຊາການທະຫານແຂວງບໍ່ແກ້ວ ຕົກລົງແຕ່ງຕັ້ງ: ສະຫາຍ ພັນໂທ ສີວອນ ແສງມະນີ ເປັນຮັກສາການຮອງຫົວໜ້າການເມືອງ ທັງເປັນຫົວໜ້າພະແນກການເມືອງ ກອງບັນຊາການທະຫານເມືອງປາກທາ,ສະຫາຍ ພັນຕີ ບຸນເພັດ ໄຊຍະສິດ ເປັນຫົວໜ້າຂະແໜງ ເສນາຮັກ, ສະຫາຍ ຮ້ອຍໂທ ສີເມືອງ ຫວັນຄຳໝັ້ນ ເປັນຜູ້ຊ່ວຍວຽກຂະແໜງນະໂຍບາຍ.
ໂອກາດນີ້, ປະທານກໍໄດ້ໂອ້ລົມ ແລະ ຊີ້ນຳຫຼາຍບັນຫາພ້ອມທັງເນັ້ນໜັກຜູ້ທີ່ໄດ້ຮັບໜ້າທີ່ໃໝ່ແຕ່ລະສະຫາຍ ຈົ່ງເພີ່ມທະວີຄວາມຮັບຜິດຊອບການເມືອງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ການເຮັດວຽກຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ສືບຕໍ່ຮັບປະກັນໃນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງບໍ່ແກ້ວ ທາງດ້ານວຽກງານຕ່າງໆໃຫ້ມີຄວາມວ່ອງໄວ ແລະ ມີຜົນສຳເລັດສູງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະ, ມີລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາການສາມາດຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ.
ຂ່າວໂດຍ: ນີ່ ທຳມະວົງ.
ພາບໂດຍ: ສຸດທິແດນ ລັດຕະນາ