





ທ່ານ ກົງໄຊ ດາລາພອນ ພ້ອມດ້ວຍທີມງານເຮັດເພື່ອນ້ອງໃຫ້ມີຮອຍຍີ້ມ ຈາກບ້ານດ່ານຖີ່ນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ນໍາເອົາເຄື່ອງນຸ່ງ, ຜ້າຫົ່ມ ຜ້າເຊື່ອ ຈໍານວນ 1 ມາມອບໃຫ້ບໍລິສັດຂົນສົ່ງຮຸ່ງອາລຸນ ສາຂາບ້ານປ່າອ້ອຍ ເພື່ອນໍາໄປມອບໃຫ້ພີ່ນ້ອງຊາວຫຼວງນ້ຳທາທີ່ໄດ້ຮັບຜົນກະທົບໄພນໍ້າຖ້ວມ, ເຄື່ອງດັ່ງກ່າວແມ່ນໄດ້ຈາກການປຸກລະດົມປະກອບສ່ວນຈາກ ອ້າຍເອື້ອຍນ້ອງທາງອຳເພີ ວຽງແກ່ນ ຈັງຫວັດຊຽງລາຍ ປະເທດໄທ ແລະ ເຈົ້າອະທິການ ວັດທາດແກ້ວ ມະນີແສງ ແລະ ວັດບ້ານໂພນສະຫ່ວ່າງ ເຂດ ດ່ານຖິ່ນເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວມູນຄ່າ ທັງໝົດ 9 ລ້ານກີບ.