ໜ່ວຍຊາວໜຸ່ມໂຄສະນາອົບຮົມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2026.

ວັນທີ 2 ກັນຍາ 2026 ນີ້, ໜ່ວຍຊາວໜຸ່ມໂຄສະນາອົບຮົມເມືອງປາກທາ ປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2026 ໂດຍການເປັນປະທານຂອງສະຫາຍ ເຈ່ຍ ທໍ່ ຄະນະບໍລິຫານງານຊາວໜຸ່ມເມືອງ, ເລຂາໜ່ວຍຊາວໜຸ່ມໂຄສະນາອົບຮົມເມືອງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນມີ ຈັນທະວົງ ກຳມະການພັກເມືອງ ເລຂາໜ່ວຍພັກຄະນະໂຄສະນາອົບຮົມ, ມີບັນດາຄະນະໜ່ວຍຊາວໜຸ່ມ, ຄະນະຮັບຜິດຊອບຂອງເມືອງ ຕະຫຼອດຮອດສະມາຊິກພາຍໃນໜ່ວຍເຂົ້າຮ່ວມປະເມີນ.

ກອງປະຊຸມ ສະຫາຍ ເຈ່ຍ ທໍ່ ເລຂາໜ່ວຍຊາວໜຸ່ມໂຄສະນາ ໄດ້ຜ່ານບົດສະຫຼຸບ ປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກ ປະຈຳປີ 2026 ແລະ ທິດທາງແຜນການໃນຕໍ່ໜ້າເຊິ່ງໃຫ້ຮູ້ວ່າ:  ໜ່ວຍຊາວໜຸ່ມໂຄສະນາອົບຮົມ ເປັນໜ່ວຍໜຶ່ງທີ່ຂື້ນກັບ ຄະນະບໍລິຫານງານຊາວໜຸ່ມເມືອງ, ໄດ້ເຄື່ອນໄຫວຕາມການມອບໝາຍຈາກຂັ້ນເທິງ, ພ້ອມທັງຊຸກຍູ້ໃຫ້ສະມາຊິກຊາວໜຸ່ມໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດໜ້າທີຄວາມຮັບຜິດຊອບຂອງແຕ່ລະວຽກງານໄດ້ຮັບຜົນສຳເລັດເປັນຢ່າງດີ, ຈັດຕັ້ງຜັນຂະຫຍາຍບັນດາມະຕິ ທີ່ໄດ້ວາງອອກໃນແຕ່ລະກອງປະຊຸມຂອງຄະນະບໍລິຫານງານຊາວໜຸ່ມເມືອງ, ໜ່ວຍຊາວໜຸ່ມໂຄສະນາອົບຮົມປັດຈຸບັນກວມມີ 4 ຫ້ອງການຮ່ວມກັນຄື: ຄະນະໂຄສະນາອົບຮົມ, ຄະນະຈັດຕັ້ງ, ຄະນະກວດກາພັກ-ລັດ ແລະ ຫ້ອງການຍຸຕິທຳ, ມີສະມາຊິກທັງໝົດ 9 ສະຫາຍ, ຍິງ 4 ສະຫາຍ, ຜ່ານມາຄະນະໜ່ວຍຊາວໜຸ່ມ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ, ແນວຄິດ ຢ່າງເປັນປົກກະຕິ; ໂດຍຍຶດໝັ້ນທັດສະນະຂອງພັກ ຖືເອົາການສຶກສາອົບຮົມ, ການຮ່ວມຊີວິດປະຈຳເດືອນ ເພື່ອກໍ່ສ້າງເຊິ່ງກັນ ແລະ ກັນ, ມີຄວາມສາມັກຄີພາຍໃນ ແລະ ພາຍນອກ, ພ້ອມກັນຕ້ານ ແລະຕີຖອຍທຸກປະກົດການຫຍໍ້ທໍ້ໃນສັງຄົມ. ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ປປ ລາວ ທັງນີ້ເພື່ອ ຍົກສູງຄຸນນະພາບຂອງສະມາຊິກຊາວໜຸ່ມ ແລະການຈັດຕັ້ງ ຂອງຊາວໜຸ່ມ ປປ ລາວ ໃຫ້ມີສະຕິຊາດ, ເປັນເຈົ້າຕົນເອງ, ມີຄວາມເຂັ້ມແຂງ, ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ, ມີແບບແຜນເຄື່ອນໄຫວຈັດຕັ້ງປະຕິບັດວຽກງານທີ່ຖືກຕ້ອງ, ມີຄວາມຫ້າວຫັນ ບຸກບືນຊອກຮູ້ຮໍ່າຮຽນດ້ານຕ່າງໆ ເພື່ອນຳເອົາກໍາລັງແຮງຂອງຊາວໜຸ່ມ ເຂົ້າຮ່ວມປະຕິບັດຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ ຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄື ບັນດາແຜນງານໂຄງການ ຂອງຄະນະບໍລິຫານງານຊາວໜຸ່ມວາງອອກ. ພ້ອມນີ້, ສະມາຊິກຊາວໜຸ່ມ ຍັງໄດ້ເຊື່ອມຊຶມເອກະສານ ມາດຖານເງື່ອນໄຂໃນການປະເມີນຂໍ້ແຂ່ງຂັນ 4 ບຸກ ( ບົດແນະນຳ ເລກທີ 333/ລຂ ) ເອກະສານຄຸນສົມບັດສິນທຳປະຕິວັດແມ່ນໜ້າທີ່ຂອງຊາວໜຸ່ມ, ເອກະສານຕ້ານແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນໜູ່ຊາວໜຸ່ມ.

ຈາກນັ້ນ, ສະມາຊິກຊາວໜຸ່ມແຕ່ສະຫາຍກໍ່ໄດ້ຜ່ານໃບປະເມີນຂອງຕົນ ໂດຍສະເພາະແມ່ນ 4 ຂໍ້ແຂ່ງຂັນຄື: ບຸກທາງດ້ານແນວຄິດ, ບຸກທາງດ້ານການຝຶກຝົນຫຼໍ່ຫຼອມຮ່ຳຮຽນ, ບຸກທາງດ້ານວຽກງານການຈັດຕັ້ງ ແລະ ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ ໂດຍຍົກໃຫ້ເຫັນດ້ານດີ, ຈຸດອ່ອນ ແລະ ຂໍຄົງຄ້າງຂອງຕົ້ນ ເພື່ອໃຫ້ໝູ່ຄະນະມີຄໍາເຫັນຕໍານີຕິຊົມ ແລະ ປັບປຸງກໍ່ສ້າງຜູ້ກ່ຽວ ໃຫ້ກາຍເປັນສະມາຊິກຊາວໜຸ່ມທີດີເດັ່ນຕາມຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມວ່າງອອກ.

ໂອກາດດັ່ງກ່າວ ສະຫາຍ ບຸນມີ ຈັນທະວົງ ເລຂາໜ່ວຍພັກ ໄດ້ມີຄຳເຫັນໂອ້ລົມກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເໜັ້ນໜັກໃຫ້ຄະນະ, ສະມາຊິກຊາວໜຸ່ມ ຕ້ອງເພີ່ມທະວີສຶກສາອົບຮົມວຽກງານການເມືອງ-ແນວຄິດ, ກໍ່ສ້າງສະມາຊິກໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເພີ່ມທະວີໃນການໂຄສະນາ, ປຸກລະດົມຂົນຂວາຍ ແລະ ເຕົ້າໂຮມສະມາຊິກໃຫ້ມີຄວາມສາມັກຄີໃນທຸກດ້ານ, ເປັນກຳລັງແຮງໃນການເຂົ້າຮ່ວມປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດໃຫ້ປະກົດຜົນເປັນຈິງ, ຊຸກຍູ້ຕິດຕາມ, ກວດກາວຽກງານຂອງຊາວໜຸ່ມໃຫ້ມີຄວາມເຂັ້ມແຂງ, ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ, ສ້າງໜ່ວຍຊາວໜຸ່ມໂຄສະນາອົບົຮມໃຫ້ມີໃບໜ້າອັນໃໝ່ສູງຂື້ນເປັນກ້າວໆ ໂດຍຕິດພັນກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ.

ພາບ-ຂ່າວ: ວັນະເດດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa